ເວລາບໍ່ມເງິນ…ຄົນແຣກທີ່ຄິດເຖິງຄືພໍ່ແມ່ ແຕ່ພໍມີເງິນ… ຄົນແຣກຄິດເຖິງແຟນແລະໝູ່
ຢາກໄດ້ລົດ,,,ຄົນແຣກທີ່ຄິດເຖິງຄືພໍ່ແມ່ ແຕ່ພໍມີລົດ…ຄົນແຣກທີ່ຈະໄປຮັບຄືແຟນແລະໝູ່

ຮ້ານອາຫານຣູໆ ບັນຍາກາດດີໆ ມີໄວ້ສຳລັບແຟນແລະໝູ່ ອາຫານເທິງໂຕະທີ່ບ້ານ ມີສຳລັບພໍ່ແມ່
ໂຮງໜັງ ຫ້າງສັບພະສິນຄ້າມີໄວ້ສຳລັບແຟນແລະໝູ່ ໂທລະພາບ ແລະ ສວນໜ້າບ້ານ…ມີໄວ້ສຳລັບພໍ່ແລະແມ່
ພໍ່ແລະແມ່ ຄິດບັນຊີຄ່າໃຊ້ຈ່າຍກ່ອນນອນ…ເພື່ອຄວາມຢູ່ລອດຂອງຕົວເອງ ລູກລົມໂທລະສັບ ຫຼີ້ນອິນເຕີເນັດກ່ອນນອນ ເພື່ອໃຫ້ຫຼັບຝັນດີ
ເວລາເຮົາມີຄວາມສຸກ ມັກຈະເບິ່ງຫາແຟນແລະໝູ່ ເວລາເຮົາທຸກ ຄົນທີ່ກັງວົນ ຫົດຫູ່ ຄືພໍ່ແມ່

ເວລາປະສົບຄວາມສຳເລັດ! ເຮົາມັກຈະເບິ່ງຫາແຟນ ແລະ ໝູ່ເພື່ອນັດສະຫຼອງ ແລະ ສ້າງສັນ ແຕ່ຄົນທີ່ດີໃຈທີ່ສຸດຄືພໍ່ແມ່ ແຕ່ພໍ່ແລະແມ່ ກັບກາຍເປັນຄົນທີ່ເຮົາເບິ່ງຂ້າມໄປ
ລຸກໄປຫຼີ້ນຕາມໂຮງໜັງ ເທັກ ຜັບ ໂຕະສະນຸກ ໆລໆ ພໍ່ແລະແມ່ກັບເຮັດວຽກ ຫຼື ນອນຫຼັບເກັບແຮງໄວ້ເຮັດວຽກຫາເງິນໃນມື້ຕໍ່ໄປ ເພື່ອແລກກັບຄວາມສຸກຂອງລູກ ຢາກໃຫ້ລູກໄດ້ຮຽນສູງໆ
ເວລາແຕ່ງງານ…ຄົນທີ່ເປັນພາລະຫາສິນສອດທອງໝັ້ນນັ້ນຄືພໍ່ແມ່ ຄົນທີ່ມີຄວາມສຸກຄືລູກ
ພໍ່ແລະແມ່ຕຳນິຕັກເຕືອນບາງຄັ້ງເຕັມໄປດ້ວຍອາລົມຫ່ວງໃຍ ເພື່ອໃຫ້ລູກໄດ້ດີ ແຕ່ລຸກຄິດວ່າສິ່ງທີ່ພໍ່ແມ່ເວົ້າ ເປັນເລື່ອງໄຮ້ສາລະ
ພໍ່ແລະແມ່ ຄືຜູ້ທີ່ຝ່າຟັນປັນຫາເປັນຮ້ອຍພັນປະການເພື່ອລຸກ ແຕ່ພໍລູກມີປັນຫາ ມັກຄິດໄດ້ແຕ້ ຖອຍ ຫົດຫູ່ ຫຼື ຢາກຕາຍ !!!

ພໍ່ແມ່ຄືຜູ້ທີ່ປົກປ້ອງ ແລະ ຍິນດີຂ້າງລູກຈົນຊີວິດຈະຫາຍໄມ້ ລູກກຳລັງຄິດສິ່ງໃດ
ຄຳວ່າ ພໍ່ ແລະ ແມ່ ອາດຈະເປັນຄຳແຣກທີ່ເຮົາເວົ້າໄດ້ຕັ້ງແຕ່ເກີດ ແລະ ເຈົ້າຕຽມຫຍັງໄວ້ເພື່ອພໍ່ແມ່ເຈົ້າຫຼືຍັງ
ຢ່າຫຼົງລືມ ຖິ່ນໃຫ້ກຳເນີດ ຈົນໃຫຍ່ປານນີ້ ພໍ່ກັບແມ່ຍັງຖ້າເຈົ້າຫວນກັບມາ ຍັງທີ່ເຈົາໄດ້ຈາກມາ