ມື້ນີ້ ຄະນະສະເພາະກິດ ລາຍງານ ຜູ່ຕິດເຊື້ອເພີ່ມ 88 ຄົນ, ເຮັດໃຫ້ຍອດສະສົມ ແມ່ນ 247 ຄົນ, ກໍາລັງປິ່ນປົວ 198 ຄົນ, ປົວດີ 49 ຄົນ, ເສຍຊີວິດ 0 ຄົນ.

ທີ່ໜ້າສົນໃຈແລະເປັນການເຕືອນສະຕິ ເມື່ອ 1 ໃນຜູ່ທີ່ຕິດເຊື້ອໃໝ່ 88 ຄົນ ທີ່ ໄດ້ຮັບວັກຊິນ ຄົບ 2 ເຂັມ, ຍັງສາມາດຕິດເຊື້ອໄດ້.
ຜູ່ໃຊ້ເຟສບຸກ Anisa Touk ໄດ້ໂດດຂໍ້ຄວາມແຈ້ງໃຫ້ ໝູ່ເພື່ອນຂອງຕົນ ໄປກວດຫາເຊື້ອດ້ວຍ ເພາະ ຜົນກວດຂອງລາວ ເປັນບວກ.
ໂດຍຂໍ້ຄວາມມີຢູ່ວ່າ: “😔ຖ້າມັນເກິດກະຕ້ອງຍອມຮັບ 😔 ຜົນກວດຂ້ອຍ ແມ່ນ ຕິດບວກ + ( positive)
ແຈ້ງເຖີງຄົນທີ່ພົວພັນໃນຊ່ວງນີ ໃຫ້ກັກຕົວເບີ່ງອາການ ແລະ ໄປກວດ . ກ່ອນອື່ນຕ້ອງຂໍໂທດຂໍອະໄພນໍາຫລາຍ🙏🙏🙏 Timeline.
19/04/2021: ຕີດອກຢູ່ເດີ່ນດອກລ້ານຊ້າງ ມີຜູ້ກໍລະນີຕິດເຊື້ອຮ່ວມນໍາ 2 ຄົນ ຫູມ່ຮ່ວມກັນ 10 ຄົນ ແລະ ໄກ້ໄປກີນເຂົ້າຢູ່ center phonthun ຂ້າງ rbac ນໍາກັນ 5 ຄົນ
20/04/2021 : ໄດ້ໄປວຽກປົກກະຕີ ພໍຮູ້ຂ່າວຫມູ່ຕິດ ຕອນແລງກໍຮີບມາກັກຕົວຢູ່ຫ້ອງ
21/04/2021 : ໄດ້ເຂົ້າໄປກວດຢູ່ບືງຂະຫຍອງ ແຕ່ບໍ່ໄດ້ຮັບການກວດເພາະຍັງບໍ່ມີອາການ ແລະ ເຫັນຄົນຫລາຍ ເລີຍກັບມາກັກຕົວ
22/04/2021: ໄດ້ໄປກວດອີກຄັ້ງ ແລ້ວກັບມາກັກຕົວ
23/04/2021 : ກັກຕົວຫມົດມື້ຖ້າຟັງຜົນ
24/04/2021 : ໄດ້ຮັບຜົນເປັນ ບວກ ຕິດເຊື້ອ
ທຸກຄົນໃຫ້ໃຊ້ຊິວິດຢ່າປະມາດ ເພາະຂ້າພະເຈົ້າເອງໄດ້ສັກ vaccines Sputnik ຄົບແລ້ວໃນວັນທີ່ 16/03/2021 ກໍ່ມີສິດຕິດເຊື້ອນີ້ໄດ້.

ເຊື່ອວ່າທຸດຄົນວິຕົກ ຂ້ອຍເປັນຫ່ວງສຸດກະພໍ່ແມ່ ຄອບຄົວ ຂ້ອຍເອງໄດ້ແຍກຢູ່ນໍາພວກເພີ່ນດົນແລ້ວ 😓 ໃນສະພາບບ້ານເມືອງຕອນນີ້ ເຮົາຄວນໃຫ້ກໍາລັງໃຈຜູ້ຕິດເຊື້ອ ຜູ້ທີ່ໄດ້ຮັບຜົນກະທົບ ເພື່ອໃຫ້ກະເຈົ້າຊ່ວຍໄວໆ ເພາະສະພາບຈິດໃຈສໍາຄັນທີ່ສູດ ❤️ ຂໍວອນ ຢ່າເຮັດ❌ລັງກຽດ ຢຽດຢັນກັນ ເວົ້າຮ້າຍໃສ່ກັນ❌ ( ບໍ່ຖືກກັບໃຜບໍ່ມີໃຜຮູ້).
ບໍ່ມີໃຜຢາກໃຫ້ມັນເກິດ ໃຈຂ້ອຍເອງຍັງບໍ່ດີພໍແຮງແລ້ວ ຄົນທີ່ຮັກຕ້ອງມາຕິດໂລກນິ້ ຄອບຄົວຍັງມີຜົນກະທົບ ລວມທັງວຽກງານການຮຽນຂ້ອຍ ( ບໍ່ຢາກມາເຈັບຍ້ອນຄໍາຄົນ 🙏) .