ທີມງານສະເພາະກິດດ້ານເຕັກນິກໄດ້ລົງແກ້ໄຂບັນຫາໝໍ້ນັບໄຟຕາມການສະເໜີຜູ້ຊົມໃຊ້ໄຟ.

-ໃນວັນທີ 2 ກໍລະກົດ 2021 ພະນັກງານ ວິຊາການ ດ້ານເຕັກນິກຂອງ ຫ້ອງການວາງແຜນລະບົບ ແລະ ມາດຕະຖານເຕັກນິກ ຝ່າຍຈໍາໜ່າຍ ໄດ້ລົງກວດສອບຫມໍ້ນັບໄຟໃຫ້ລູກຄ້າທີ່ເຂົ້າມາສະເຫນີ ບັນຫາໝໍ້ນັບໄຟ ຢູ່ຈຸດເປີດຮັບຄໍາຮ້ອງ ສຳນັກງານຝ່າຍຈໍາໜ່າຍ(ບ້ານຫນອງບຶກ) ນະຄອນຫຼວງວຽງຈັນ ເຊີ່ງໃນມື້ນີ້ ທີມງານກວດສອບຫມໍ້ນັບໄຟໄດ້ແບ່ງອອກເປັນ 2 ຈຸ.

ໃນນັ້ນ ໄດ້ລົງບ້ານ ໂນນແກ້ວ, ບ້ານທົ່ງປົ່ງ, ບ້ານໂພນສະຫວາດເຫນຶອ, ບ້ານດອນກອຍ ແລະ ບ້ານ. ຫນອງປີງ ສາມາດແກ້ໄຂບັນຫາໃຫ້ລູກໄດ້ 12 ລູກຄ້າ ເຊີ່ງການລົງແກ້ໄຂຕົວຈິງຜູ້ຊົມໃຊ້ໄຟຟ້າແມ່ນມີຄວາມເຂົ້າໃຈ ແລະ ດີໃຈ.

ທີ່ມາ:
