ຢານາງແດງ ຈັດເປັນພືດເຄືອ ຍາວປະມານ 5ແມັດ ເກີດຢູ່ຕາມປ່າຫລາຍປະເພດ ແລະພື້ນທີ່ແຈ້ງ.

ໃຊ້ເປັນຢາແກ້ພິດເບື່ອເມົາຕ່າງໆ ເຊັ່ນເມົາເຫັດ,ເມົາຢາເບື່ອ, ເມົາສຸລາ,ໂດຍການນຳເຫງົ້າມາຝົນນ້ຳ ຫລືຕົ້ມໃສ່ນ້ຳດື່ມເປັນຢາ ຫມໍພື້ນເມືອງບາງຄົນກໍຍັງນຳເອົາມາໃຫ້ຜູ້ທີ່ກຳລັງຈະເຊົາຢາເສບຕິດດື່ມກິນເພື່ອຂັບພິດສານເສບຕິດອອກຈາກຮ່າງກາຍ ແລະອື່ນໆສຳລັບແມ່ຢູ່ກຳແລ້ວ ຍັງຊ່ວຍເປັນຢາບຳລຸງເລືອດ,

ຊ່ວຍໃຫ້ມົດລູກເຂົ້າອູ່ໄວ ແລະທີ່ສຳຄັນຍັງຊ່ວຍແກ້ອາການຜິດກຳ ເອີ້ນໄດ້ວ່າເປັນສະຫມຸນໄພປະຈຳບ້ານກໍວ່າໄດ້.ຄົນບາງຂົງເຂດກໍປູກໄວ້ຫນ້າເຮືອນເພື່ອປະດັບປະດາເນື່ອງຈາກດອກຢານາງແດງມີສີແດງເຮືອງເຮື່ອ ສ່ວນໃບ ແລະຍອດອ່ອນກໍສາມາດຮັບປະທານເປັນຜັກສົດໄດ້ເຊັ່ນ ກັບລາບ,ກັບແຈ່ວ

ປ.ລ ສຳລັບລຳຕາກແຫ້ງຫາຊື້ໄດ້ຈາກຮ້ານສະຫມຸນໄພເຜົ່າມົ້ງ (ຕາມປະສົບການຂອງແອັດມິນ) ຫລືໃຜມີບ່ອນອື່ນແນະນຳກໍມາແບ່ງປັນໄດ້ເດີ.


ຂໍ້ມູນຈາກ: ກິນທີ່ນີ້, ທ່ຽວທີ່ນີ້(乐在老挝)ຮູບຈາກ: ອິນເຕີເນັດ