ເຈົ້າແຂວງສະຫວັນນະເຂດ ອອກຄຳສັ່ງເພີ່ມເຕິມ ວ່າດວ້ຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຄວບຄຸມແລະກຽມພ້ອມຮອບດ້ານເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ແຂວງສະຫວັນນະເຂດ:

1. ເຫັນດີລ໋ອກດາວ ແຂວງສະຫວັນນະເຂດ ນັບແຕ່ວັນທີ 24 ເມສາ 2021ຫາວັນທີ 9 ພຶດສະພາ 2021.
2. ຫ້າມທຸກຄົນຢູ່ໃນແຂວງສະຫວັນນະເຂດເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງເດີນທາງເຂົ້າແຂວງສະຫວັນນະເຂດ.
3. ໂຈະການບໍລິການຂົນສົ່ງໂດຍສານລະຫວ່າງແຂວງຫາເມືອງ, ລະຫວ່າງເມືອງຫາເມືອງ ແລະ ລະຫວ່າງເມືອງຫາບ້ານ.

4. ໂຈະການຮຽນການສອນຊົ່ວຄາວ ໃນຂອບເຂດທົ່ວແຂວງສະຫວັນນະເຂດ ໄປຮອດວັນທີ 10 ພຶດສະພາ 2021.
5. ປິດກິດຈະການຮ້ານອາຫານ, ຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກຳລັງກາຍ, ຄາສີໂນ, ຣີສອດ, ສວນນ້ຳ, ສະຖານທີ່ທ່ອງທ່ຽວຕ່າງໆ, ຮ້ານເສີມສວຍ, ຮ້ານຕັດຜົມ ແລະ ຮ້ານອື່ນໆທີ່ມີຄວາມສ່ຽງ.
ທີ່ມາ:
