ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າາກົມກວດກາປ່າໄມ້ ຂອງກະຊວງກະສິກໍາ ແລະ ປ່າໄມ້ ທັງເປັນຫົວໜ້າກອງເລຂາ ປະຕິບັດຄຳສັ່ງ 15/ນຍ ຂັ້ນສູນກາງ ໄດ້ຜ່ານບົດສະຫຼຸບການປະຕິບັດຄຳສັ່ງທີ 15/ນຍ ແຕ່ປີ 2016-2020 ລາຍງານເນື່ອງໃນໂອກາດມອບ-ຮັບ ວຽກງານການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ລະຫວ່າງ ຄະນະສະເພາະກິດຂັ້ນສູນກາງ ກັບ ບັນດາກະຊວງທີ່ກ່ຽວຂ້ອງ ວັນທີ 1 ກໍລະກົດ 2021 ນີ້ວ່າ:

ຜ່ານການດໍາເນີນການກວດກາພົບເຫັນການລະເມີດກົດໝາຍ ແລະ ລະບຽບການປ່າໄມ້ ທົ່ວປະເທດ ມີທັງໝົດ 570 ກໍລະນີ ໃນນັ້ນ, ເປັນພະນັກງານ 462 ຄົນ, ຜູ້ປະກອບການ 136 ຄົນ, ປະຊາຊົນ 527 ຄົນ ໃນນັ້ນຈໍານວນດັ່ງກ່າວໄດ້ດໍາເນີນຄະດີ ແລະ ສັ່ງຟ້ອງຂຶ້ນສານ 42 ກໍລະນີ, ສານຕັດສິນແລ້ວ 3 ກໍລະນີ ສ່ວນທີ່ເຫຼືອໄດ້ສຶກສາອົບຮົມ ແລະ ປັບໃໝຕາມລະບຽບການ ນອກນັ້ນຍັງພົບອຸປະກອນ ແລະ ພາຫະນະກະທຳຜິດ ເປັນຈັກຕັດໄມ້ 15.549 ເຄື່ອງ, ໂຕະຊອຍໄມ້ 72 ເຄື່ອງ, ອາໄຫຼ່ຈັກຕັດໄມ້ 1.744 ເຄື່ອງ, ລົດສະແລວ, ລົດໄຖນາ 75 ຄັນ, ລົດຊິ້ງ 3 ຄັນ, ລົດຈັກ 93 ຄັນ. 150 ຄັນ, ລົດບັນທຸກ 138 ຄັນ, ລົດກະບະ/ຈິບ 151 ຄັນ, ລົດເມ 16 ຄັນ, ລົດຕູ້ 5 ຄັນ, ລົດດາມ/ດຸດ 12 ຄັນ, ລົດໄຖນາ 75 ຄັນ, ລົດຊີ້ງ 3 ຄັນ ແລະ ລົດຈັກ 93 ຄັນ.
ສຳລັບນະຄອນຫຼວງວຽງຈັນ ດຳເນີນການກວດກາໂຮງງານປຸງແຕ່ງໄມ້, ຮ້ານຂາຍໄມ້ ແລະ ສະກັດກັ້ນການລັກລອບເຄື່ອນຍ້າຍໄມ້, ຊື້-ຂາຍໄມ້ຜິດກົດໝາຍ ແລະ ສາງເກັບມ້ຽນໄມ້ ມີ 4 ໂຮງງານ ທັງໝົດ 17 ຄັ້ງ ພົບເຫັນໄມ້ບໍ່ຖືກຕ້ອງ 621,433 ແມັດກ້ອນ, ມີຜູ້ກະທຳຜິດ 19 ຄົນ, ຢຶດພາຫະນະ 11 ຄັນ.

ຂັ້ນແຂວງ ກວດກາວັດແທກຂຶ້ນບັນຊີໄມ້ທີ່ຖືກຕ້ອງ ມີທັງໝົດ 262.329 ກວ່າແມັດກ້ອນ ແລະ 2.515 ກວ່າໂຕນ, ໄດ້ເຮັດສັນຍາຊື້-ຂາຍແລ້ວ 237.789 ກວ່າແມັດກ້ອນ ແລະ 325 ກວ່າໂຕນ ມູນຄ່າ 79 ຕື້ກວ່າກີບ ແລະ 10 ລ້ານກວ່າໂດລາ, ມອບ-ຮັບແລ້ວ 176.123.929 ແມັດກ້ອນ ແລະ 325 ກວ່າໂຕນ, ມູນຄ່າ 45 ຕື້ກວ່າກີບ ແລະ 5,8 ລ້ານກວ່າໂດລາ, ຍັງຄ້າງມອບ 61.665 ກວ່າແມັດກ້ອນ ມູນຄ່າ 34 ຕື້ກວ່າກີບ ແລະ 4,8 ລ້ານກວ່າໂດລາ, ຍັງບໍ່ທັນປະມູນ 24.539 ກວ່າແມັດກ້ອນ ແລະ 2.189 ກວ່າໂຕນ.