ຂ່າວທົ່ວໄປ

ແຊຣ໌ໄວ້ອ່ານມີປະໂຫຍດ ສາວລາວແຊຣ໌ປະສົບການຕິດໂຄວິດ-19ທີ່ຕ່າງປະເທດແຕ່ດູແລຕົນເອງຈົນຫາຍດີ.

ສະບາຍດີ ທຸກຄົນ ຂ້ອຍຂໍອະນຸຍາດມາແຊຣ໌ປະສົບການ ອາການ ເຄີຍຕິດພະຍາດ COVID-19 ຢູເມກາ ມາກ່ອນ ສູ່ຟັງ.ກ່ອນອື່ນ ສິ່ງທີ່ຈະກ່າວມາທັງຫມົດນີ້ ແມ່ນພຽງຢາກເລົ່າ ປະສົບການ ທີ່ໂຕເອງເຄີຍເປັນໃນຕອນນັ້ນໃຫ້ຟັງ ບໍ່ໄດ້ຢາກສອນ ຫລື ບອກວິທີຮັກສາແຕ່ຢ່າງໃດ ແລະຂ້ອຍກໍບໍ່ຮູ້ວ່າ COVID-19 ສາຍພັນໃຫມ່ຢູ່ລາວທີ່ພະເຊີນຢູ່ ມັນຕ່າງກັນແນວໃດ ກັບ ໄວຣັສ ທີ່ຂ້ອຍເປັນ ໂປດໃຊ້ວິຈາລະນະຍານ ໃນການອ່ານເດີ້

ອາການທຳອິດ ທີ່ເກີດແມ່ນ: ຈະຮູ້ສຶກເມື່ອຍ,ອ່ອຍເພ່ຍ,ໜັກຕົນໂຕເປັນພິເສດ(ບໍ່ມີໄຂ້) ຈະເປັນຢູ່ປະມານ 2-3 ມື້ທຳອິດ ແລ້ວກໍເຊົາ. ຕໍ່ມາແມ່ນ ມີອາການ ຄັນຄໍ,ເຈັບຄໍເລັກນ້ອຍ ແລະ ຈະມີອາການເຈັບຄໍທຸກຄັ້ງເວລາກືນນໍ້າລາຍ, ໄອແຫ້ງ (2 ມື້ທຳອິດແລ້ວກໍເຊົາ(ຍັງຮູ້ສຶກແຂງແຮງ ກິນເຂົ້າປົກກະຕິໄດ້ ກໍເລີຍບໍ່ໄດ້ຄິດຫຍັງ)ຕໍ່ມາແມ່ນມີອາການ ຕັນດັງ,ຫາຍໃຈບໍ່ສະດວກ, ບໍ່ໄດ້ກິ່ນ(ແຕ່ຍັງສຳພັດລົດຊາດໄດ້ຢູ່) (ບໍ່ໄດ້ ເອະໃຈອາການຕັນດັງ,ບໍ່ໄດ້ກິ່ນຂອງຂ້ອຍ ເພາະເປັນລະດູໜາວ ແລະ ອາກາດໜາວແຮງຂ້ອຍໄດ້ເປີດຮີດເຕີ້ນອນທຸກຄັ້ງ ແມ່ນ ຈະມີອາການແບບນີ້ທຸກຄັ້ງ ຫຼັງຈາກຕື່ນນອນມາ ແຕ່ເວລາຖືກອາກາດເຢັນ ອາການຕັນດັງ,ບໍ່ໄດ້ກິ່ນກໍເຊົາ ຄັນເວລາປົກກະຕິ)ອາການຕັນດັງແມ່ນຈະ ຄ້າຍໆຄືເວລາເຮົາສະມັກນໍ້າ ຄືນໍ້າໄປຄ້າງຢູ່ໂພງດັງຕະຫຼອດເວລາ. ຫລັງຈາກນັ້ນ ຍັງຄົງມີອາການຕັນດັງບໍ່ໄດ້ກິ່ນ, ຫາຍໃຈບໍ່ທົ່ວທ້ອງ,ເລີ່ມຫາຍໃຈເມື່ອຍ, ຖອກທ້ອງເລັກນ້ອຍ,ປຸ້ນທ້ອງ,ເຈັບຫົວ,ວິນຫົວ,ຮູ້ສຶກປວດຮາກ ອາການເຫຼົ່ານີ້ຍັງຄົງໂຕ ເລີ່ມແຕ່ມື້4-5.

ອາການສຸດທ້າຍ ມື້ທີ່ 5-6(ຍັງຄົງບໍ່ມີໄຂ້ ແລະ ບໍ່ໄດ້ມີໄຂ້ເລີຍ)ຈະມີອາການ ນອນບໍ່ຫຼັບ, ເຄືອງຕາ, ປວດຕາ,ຕາແດງ,ເມື່ອຍຕາ ແລະ ກິນເຂົ້າບໍ່ແຊບ,ກິນອາຫານແນວໃດກະບໍ່ຖືກປາກ.“ນີ້ຄືອາການໂດຍລວມຂອງຂ້ອຍ ທີ່ເປັນໆຫາຍໆ ອາການເປັນແລ້ວເຊົາທັນທີໃນ 2-3 ມື້ແລກ ແລ້ວອາການໃຫມ່ກໍ່ມາແລ້ວກໍ່ເຊົາ,ບໍ່ໄດ້ເປັນຍາວລຸມກັນບາດດຽວ ບວກກັບໂຕເອງເຮັດວຽກໜັກ ເຮັດວຽກກ່ຽວກັບການໃຊ້ສາຍຕາຫລາຍເກີນໄປແດ່ ຈຶ່ງຄິດວ່າໂຕເອງເຈັບຕາ ແລະ ບໍ່ໄດ້ຕິດຕາມຂ່າວສານບ້ານເມືອງ.ຍັງໃໝ່ກັບການບໍ່ຮູ້ບ່ອນໄປກວດ,ໄປແນວໃດແດ່,ບໍ່ກ້າ, ຍ້ອນແນວນີ້ ຂ້ອຍເລີຍບໍ່ໄດ້ຄິດວ່າໂຕເອງຕິດ ຄິດວ່າເປັນໄຂ້ຫວັດລະດູໜາວຊື່ໆ ຖືວ່າຂ້ອຍມີຄວາມປະໝາດມັນຫລາຍເກີນໄປ ຄິດແຕ່ວ່າໂຕເອງບໍ່ໄດ້ໄປພື້ນທີ່ສ່ຽງຫຍັງ ໂດຍລືມຄິດວ່າ ເຊື້ອພະຍາດນີ້ ມັກອາກາດໜາວມີຢູ່ທົ່ວທຸກທີບຕາມສິ່ງຂອງທີ່ເຮົາຈັບບາຍທົ່ວທີບ.*ພາຍຫລັງຮູ້ຜົນກວດ ວ່າເປັນ(+) ວ່າຕິດໂຄວິດ ສະພາບຈິດໃຈຂ້ອຍກະບໍ່ຢູ່ກັບເນື້ອກັບໂຕຈົນໄຫ້ ໄດ້ແຕ່ທົບທວນຕຶກຕອງວ່າໄປໃສມາແດ່,ຕິດໄດ້ຈັ່ງໃດ,

ແມ່ນໃຜແດ່ທີ່ເຮົາໄດ້ໄປໃກ້ຊິດເພີ່ນແດ່(ຢ້ານເອົາເຊື່ອໄປແຜ່ເຂົາ)ໂຄດຮູ້ສຶກຜິດໃນໃຈ ແລະ ໄດ້ໂທໄປແຈ້ງຄອບຄົວໃຫ້ຮູ້,ທັງຢ້ານຕາຍປະລູກ,ທັງຕື່ນຕະໜົກ,ກະວົນກະວາຍ, ບໍ່ມີສະຕິ,ມີຄວາມຮູ້ສຶກເປັນຫ່ວງລູກນ້ອຍສິຕິດນຳເຮົາບໍ່,ອາການຫລາຍຢ່າງຮ່ວມກັນປົນເປເຂົ້າມາບໍ່ຈັກວ່າຫລັງຈາກນັ້ນ ຂ້ອຍກໍໄດ້ມາຮັກສາກັກໂຕຢູ່ບ້ານ( ເພາະຢູ່ເມກາ ຖ້າມີອາການບໍ່ໜັກຄືອາການຂ້ອຍຂຽນມາຂ້າງເທີ່ງນັ້ນແມ່ນໃຫ້ ກັກໂຕປິ່ນປົວໂຕເອງຢູ່ບ້ານ, ຄັນບໍ່ໜັກໜາອີ່ຫລີ ຮູ້ສຶກເຈັບໜ້າເອິກ,ຫາຍໃຈບໍ່ອອກ,ບໍ່ໄຫວແລ້ວອີ່ຫລີ ຫມໍຈຶ່ງມາຮັບເອົາໄປປິ່ນປົວຢູ່ໂຮງໝໍ)ສິ່ງທີ່ຈຳເປັນເວລາກັກໂຕຮັກສາໂຕເອງຢູ່ບ້ານ.(ຄວາມຄິດເຫັນສ່ວນໂຕທີ່ໄດ້ປະຕິບັດມາ)

ຜ້າອັດປາກ Maskເຈວລ້າງມືແອລກໍຮໍສະເປຖົງມື(ແນວໃສ່ສຳລັບເຮັດອາຫານ)ໃຊ້ຈານໂຟມ,ຖ້ວຍໂຟມ,ສ້ອມບ່ວງພຣາສຕິກ ທີ່ໃຊ້ແລ້ວຖິ້ມເລີຍ.ໂດຍ(ສ່ວນໂຕ)ຂອງຂ້ອຍແມ່ນໄດ້ປະຕິບັດ ກັກໂຕແຍກປ່ຽວຢູ່ໃນຫ້ອງ,ເວລາຈັບບາຍສິ່ງຂອງ ແມ່ນໄດ້ລ້າງມື້ໃສ່ເຈລ ຫລື ລ້າງມືໃສ່ສະບູທຸກຄັ້ງ,ໃສ່ຜ້າອັດປາກຕະຫລອດເວລາ(ຍົກເວັ້ນເວລານອນ,ກິນເຂົ້າ,ອາບນໍ້າ)

ກ່ອນອື່ນແມ່ນຢູ່ບ່ອນປອດໂປ່ງເປີດປ່ອງຢ້ຽມ, ສີດແອລກໍຮໍທົ່ວຫ້ອງທີ່ເຮົາກັກໂຕ,ບ່ອນນອນເສື້ອຜ້າ,ເຄື່ອງໃຊ້ຕ່າງໆ ເພື່ອຂ້າເຊື້ອທຸກໆ 2-3ຊົ່ວໂມງ, ເວລາໃຊ້ຫ້ອງນໍ້າຈຳເປັນໃຊ້ຮ່ວມກັນອີ່ຫລີ ກໍແມ່ນໄດ້ສີດແອລກໍຮໍໃມ່ບໍລິເວນຊັກໂຄກ, ລູກບິດປະຕູ(ທີ່ຄົນອື່ນຈະມາຈັບຕໍ່ເຮົາ,ຫລື ອາບນໍ້າຕໍ່ຈາກເຮົາ)ໃຫ້ທົ່ວທຸກຄັ້ງຂ້ອຍສີດຈົນເມົາ ຄວາມວ່າຢາກໃຫ້ເຊື້ອມັນຕາຍ)ໄດ້ສີດເວລາເຂົ້າ-ອອກຫ້ອງນໍ້າທຸກຄັ້ງເວລາກິນອາຫານແມ່ນ ກິນໃຜກິນມັນ,ໄດ້ສົ່ງເຂົ້າສົ່ງນໍ້າຫນ້າປະຕູ, ບໍ່ໄດ້ແຕ່ງກິນ,ໄດ້ສັ່ງອາຫານກິນເອົາ ຕອນນັ້ນກໍມີ ເອື້ອຍຮັກຕ່າງລັດເພີ່ນກະສັ່ງອາຫານມາໃຫ້ກິນ ຄວາມວ່າເພີ່ນເປັນຫ່ວງ ຂອບໃຈສຳລັບບຸນຄຸນຄັ້ງນັ້ນເດີ້(ແລະກໍມີສາມີຂ້ອຍລາວບໍ່ຕິດເຊື້ອນຳລາວເປັນຜູ້ສົ່ງເຂົ້າສົ່ງນໍ້າຊື້ອາຫານມາແຕ່ນອກ)ເຄື່ອງນຸ່ງ ສຳຄັນ ໃຊ້ແລ້ວແມ່ນໄດ້ແຍກໃສ່ກະຕ່າ ຫລື ຖົງໃຫຍ່ຕ່າງຫາກມັດປາກຖົງໄວ້ເພາະມັນຈະມີເຊື້ອສະສົມຢູ່ຫັ້ນ.

ກິນອາຫານໃຫ້ຄົບເທົ່າທີ່ຫາມາໄດ້ ເພາະຂ້ອຍລອງກິນ ເຂົ້າປຽກເຂົ້າ ,ແນວອ່ອນໆ ທີ່ເປັນອາຫານຄົນປ່ວຍ ແມ່ນແຮງບໍ່ມີແຮງ, ຂ້ອຍເລີຍປ່ຽນກິນອາຫານທີ່ເຮົາມັກກິນກິນຫຍັງກະໄດ້ຄືປົກກະຕິ ກິນໃຫ້ມີເຮື່ອມີແຮງເຮົາ.ກິນວິຕາມິນຊີ (ຂາດບໍ່ໄດ້) ວິຕາມິນຕ່າງໆ, ຂອງສົ້ມໆ,ນໍ້າຫມາກໄມ້…ກິນຢາທຸກໆ6 ຊົ່ວໂມງພ້ອມວິຕາມິນຂ້ອຍແມ່ນກິນຢາຕາມອາການຂອງຂ້ອຍແມ່ນເຈັບຄໍ. ນອນຫລັບພັກຜ່ອນໃຫ້ພຽງພໍ,ຫາເບິ່ງແນວຕະລົກ, ມ່ວນຊື່ນຈິດໃຈ,ບໍ່ຊີລຽດ,ເພາະສະພາບຈິດໃຈເຮົາມັນບໍ່ດີຢູ່ແລ້ວ ດື່ມນໍ້າຕົ້ມສະໝຸນໄພ: ຂ່າ,ຂິງ,ຫົວສິງໄຄ່,ໃບຂີ້ຫູດ,ໂຫລະພາ,ຜັກແພວ,ຫມາກນາວ (ບໍ່ແຊບຂ້ອຍກະອົດເອົາ 555)ຫລັງຈາກໃຊ້ດື່ມພຽງພໍແລ້ວ ຂ້ອຍກະເອົາມາຮົ່ມເອົາອາຍມັນຕໍ່ (ເຊິ່ງປະຕິບັດໄດ້ແຕ່ເທື່ອດຽວນັ້ນລະ ຮະໆ) ຖ້າດື່ມນໍ້າຮ້ອນຍາກ ຫລື ບໍ່ໄດ້ ຂ້ອຍກໍຈະດື່ມນໍ້າຕຸກ(ແບບນໍ້າຕຸກຫົວເສືອຢູ່ລາວ) ຕະຫລອດ,ດື່ມເທົ່າທີ່ດື່ມໄດ້.

ໃຊ້ເວລາຮັດສາໂຕ ອາທິດດຽວກໍມີອາການດີຂຶ້ນຍ້ອນພິຖີພິຖັນໂພດຕິເບາະ ຮະໆ ແລະ ໄດ້ນັບແຕ່ມື້ມີອາການມາ ແລະ ປິ່ນປົວໂຕເອງນຳຄົບ 2 ອາທິດພໍດີ ແມ່ນໄດ້ໄປກວດອີກຮອບ ຜົນອອກມາເປັນ (-) ຈົນໄດ້ໃນທີ່ສຸດ.

**ຖ້າຜົນກວດເປັນ (-) ແລ້ວ ໂຕນີ້ສຳຄັນສຸດ (ຕົນໂຕເຮົາບໍ່ມີເຊື້ອແລ້ວ) ຂ້ອຍໄດ້ຈັດແຈງສີດສະເປໃສ່ຫ້ອງນອນທີ່ຂ້ອຍກັກໂຕນອນຢູ່ໃຫ້ທົ່ວຫ້ອງອີກຄັ້ງ,ຈັດແຈງເອົາເສື້ອຜ້າທີ່ເຮົາເຄີຍໃສ່ຕອນຕິດເຊື້ອ,ຮື້ບ່ອນເຮົານອນທັງຫມົດເອົາໄປຊັກໃຫ້ຫມົດ ເພື່ອຂ້າເຊື້ອອີກຮອບ ເພາະຕອນທີ່ເຮົາຕິດໂຄວິດ ມັນຄົງຍັງມີເຊື້ອຕິດຢູ່ຫັ້ນ, ສິ່ງຂອງຕ່າງໆທີ່ເຄີຍໃຊ້ ແມ່ນໄດ້ສີດສະເປແອລກໍຮໍ ໃສ່ທັງຫມົດ.

***ຄວາມຄິດເຫັນສ່ວນໂຕຄວນໃຫ້ກຳລັງຕົນເອງ,ສະພາບຈິດໃຈສຳຄັນສຸດ ຂໍໃຫ້ມີກຳລັງໃຈທີ່ດີ,ຄິດບວກ, ໃຫ້ຫາຊອກແນວຕລົກມ່ວນໆເບິ່ງ, ຍາມວ່າງໃຫ້ເຫນັງຕີງ,ແຮງບໍ່ເໜັງຕີງແຮງປ່ວຍ ເພາະຂ້ອຍໄດ້ຜ່ານມາໝົດແລ້ວ ຢາກແນະນຳໃຫ້ ຕັ້ງສະຕິໃຫ້ດີໆ,ບໍ່ກະວົກກະວົນຄິດຫລາຍຈົນເກີນເຫດເດີ້ ທຸກຢ່າງມີທາງອອກສະເໝີ

ຂໍ້ມູນຈາກ: Nanthida Chathasena

Related Articles

Leave a Reply

Your email address will not be published. Required fields are marked *

Back to top button