ຄິດແນວໃດກ່ຽວກັບການກະທຳທີ່ບໍ່ໄດ້ຕັ້ງໃຈເຊັ່ນ: ເອື້ອມ, ສະເອິ ຫຼື ຕົດ ທີ່ທ່ານບໍ່ສາມາດຢຸດຢັ່ງໄດ້ ແຕ່ຈະຮູ້ສຶກວ່າເປັນທີ່ເລື່ອງຕະຫຼົກ ແລະ ບາງເທື່ອກໍ່ເຮັດໃຫ້ຮູ້ສຶກອັບອາຍໄດ້

ຢ່າງໃດກໍຕາມ ມື້ນີ້ ເພຈ ເຊົາເທິ້ນທາມ ພວກເຮົານຳເອົາຄວາມຈິງທີ່ໜ້າສົນໃຈກ່ຽວກັບການຜາຍລົມ ທີ່ອາດບໍ່ເຄີຍຮູ້ມາກ່ອນເປັນຄວາມຈິງທີ່ຮູ້ກັນວ່າຜູ້ຊາຍຜາຍລົມຫລາຍກວ່າຜູ້ຍິງ

ຄຳວ່າຜາຍລົມປະກາດໃຊ້ເທື່ອທຳອິດໃນປີ 1962 ແລະ ມັນໝາຍເຖິງລົມຈາກທະວານໜັກ ໂດຍສະເລ່ຍຄົນຜາຍລົມ ປະມານ 14 ຄັ້ງຕໍ່ມື້ຄ່າສະເລ່ຍໃນການຜາຍລົມ 14 ຄັ້ງຕໍ່ມື້ ສາມາດເຕີມລົມບອນລູນໃຫ້ເຕັມໄດ້

ການຜາຍລົມບໍ່ຄວນເປັນເຫດຜົນໃຫ້ຮູ້ສຶກອາຍ ເພາະທ່ານກຳລັງເຂົ້າສູ່ລະບົບການຍ່ອຍອາຫານ ຊຶ່ງເປັນຜົນດີີຕໍ່ສຸກຂະພາບ ໃນທາງກົງກັນຂ້າມຖ້າສັງເກດວ່າທ່ານບໍ່ໄດ້ຜາຍລົມເລີຍຄວນປຶກສາແພດ

ການຜາຍລົມ ປະກອບໄປດ້ວຍກ໊າຊໄຮໂດຣເຈນຊັລໄຟດ໌ທີ່ຊ່ວຍເຮັດໃຫ້ໄມໂທຄອນເດຣຍທີ່ສົ່ງຜົນເສຍຕໍ່ຮ່າງກາຍຫລຸດລົງ ແລະ ຍັງພົບວ່າກິ່ນຜາຍລົມນັ້ນເປັນປະໂຫຍດຄືບໍ່ກໍ່ໃຫ້ເກີດການຕັນດັງ

ເຖິງແມ່ນວ່າຜູ້ຍິງຈະຜາຍລົມນ້ອຍກວ່າຜູ້ຊາຍ ແຕ່ກໍມີກິ່ນທີ່ຮຸນແຮງກວ່າ ເພາະພວກເຂົາມີກ໊າຊໄຮໂດຣເຈນຊັລໄຟດ໌ທີ່ສູງກວ່າໃນຮ່າງກາຍເຊິ່ງເຮັດໃຫ້ມີສຸກຂະພາບທີ່ດີກວ່າ

ຄວາມໄວສະເລ່ຍຂອງການຜາຍລົມຄິດເປັນ 10 ຟຸດ/ວິນາທີຖ້າມີກ້າມຊີ້ນຫູຮູດທີ່ກະຊັບແໜ້ນ ຈະຜາຍລົມດັງມັນໄດ້ຮັບການພິສູດແລ້ວວ່າມັນຝຣັ່ງ ແລະ ໂຊດາກະຕຸ້ນການຜາຍລົມ ຖ້າກັງວົນວ່າຈະຜາຍລົມຫລາຍເກີນໄປຄວນຫລຸດການບໍລິໂພກສິ່ງເຫຼົ່ານັ້ນລົງ
ສ່ວນໃຫຍ່ຄົນເຮົາຈະຜາຍລົມໃນເວລາກາງຄືນຂະນະທີ່ນອນຫຼັບໃນບັນດາສັດທຸກຊະນິດປວກຜາຍລົມຫລາຍທີ່ສຸດ ແລະ ຍັງມີ ອູດ ມ້າລາຍ ແກະ ງົວ ຊ້າງ ແລະ ໝາ