ຂ່າວທົ່ວໄປ
ໜ້າເປັນຫວງຫຼາຍ!.ມື້ເຊົ້ານີ້ເປັນມື້ສຸດທ້າຍ ທີ່ພຣະຈະອອກບິນທະບາດ.

ເຊົ້ານີ້! ຈະເປັນມື້ສຸດທ້າຍ ທີ່ພຣະຈະອອກບິນທະບາດ ຈົນກວ່າສະຖານະການໂຄວິດ-19 ຈະຜ່ອນຄາຍລົງ.

ອີງຕາມການລາຍງານຂອງເພຈ ນະຄອນຫຼວງພຣະບາງ ໃຫ້ຮູ້ວ່າ: ບັນດາວັດຕ່າງໆ ໃນນະຄອນຫຼວງພຣະບາງ ແຕ່ໄດ້ໂຈະການອອກບິນທະບາດ ເລີ່ມແຕ່ວັນທີ 26 ເມສາ 2021 ເປັນຕົ້ນໄປ.

ທັງນີ້, ເຊົ້າວັນທີ 25 ເມສາ 2021 ກໍ່ຄືມື້ນີ້ ແມ່ນຈະເປັນມື້ສຸດທ້າຍທີ່ອະນຸຍາດໃຫ້ອອກບິນທະບາດ ຈົນກວ່າສະພາບການລະບາດຂອງ ພະຍາດໂຄວິດ 19 ຈະຫາຍຜ່ອນຄາຍລົງ ຈື່ງຈະກັບມາບິນທະຍາດອີກຄັ້ງ.

ແຕ່ແນວໃດກໍ່ຕາມ, ສຳລັບທ່ານໃດ ທີ່ຈະນຳເອົາເຂົ້າສານ ອາຫານແຫ້ງ ຫຼື ຈັງຫັນ ເພນ ແລະວັດຖຸທານອື່ນໆທີ່ຈຳເປັນ ກໍ່ສາມາດນຳໄປຖວາຍພຣະສົງ-ສາມະເນນ ຢູ່ທີ່ວັດຕາມກຳລັງສັດທາໄດ້.