ປະເທດອິນເດຍວິກິດໜັກ ຕິດເຊື້ອໃໝ່ 3 ແສນຄົນ ອົກຊີໝົດ ເຕົາຈູດສົບບໍ່ພໍ ໂຊກຮ້າຍໄຟໄໝ້ໂຮງໝໍ

ອິນເດຍຕິດໂຄວິດສູງເຖິງ 300.000 ຄົນເປັນມື້ທີສອງ, ເສຍຊີວິດ 2.000 ກວ່າຄົນ, ອົກຊີຂາດເຂີນ, ເຕົາຈູດສົບບໍ່ພຽງພໍ ຊໍ້າຮ້າຍເກີດເຫດໄຟໄໝ້ໂຮງໝໍ ຂ້າຊີວິດຄົນເຈັບ 13 ຄົນ.ວັນທີ 23 ເມສາ 2021, ກະຊວງສາທາລະນະສຸກອິນເດຍ ລາຍງານວ່າ: ໃນຮອບ 24 ຊົ່ວໂມງຜ່ານມາ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 332.730 ຄົນ ເຮັດໃຫ້ຈຳນວນລວມສະສົມສູງເຖິງ 16 ລ້ານຄົນ ສ້າງສະຖິຕິພົບຜູ້ຕິດເຊື້ອແຕ່ລະວັນສູງສຸດເປັນວັນທີສອງຕິດຕໍ່ກັນ ຫລັງຈາກວັນທີ 22 ເມສາ ມີຜູ້ຕິດເຊື້ອໃໝ່.

314.835 ຄົນ ແລະ ເປັນສະຖິຕິພົບຜູ້ຕິດເຊື້ອແຕ່ລະວັນສູງທີ່ສຸດໃນໂລກນັບແຕ່ໂຄວິດ-19 ແຜ່ລະບາດ, ສ່ວນຜູ້ເສຍຊີວິດທີ່ມີການລາຍງານໃນວັນທີ 23 ເມສາມີ 2.263 ຄົນ ເຊິ່ງເປັນຕົວເລກຜູ້ເສຍຊີວິດແຕ່ລະວັນຫລາຍທີ່ສຸດໃນໂລກເຊັ່ນດຽວກັນ.ຂະນະດຽວກັນ ໄດ້ເກີດເຫດໄຟໄໝ້ຢູ່ໂຮງໝໍໃນເມືອງວິຣາ ທາງຕອນເໜືອຂອງນະຄອນມຸມໄບ ໃນລັດມະຫາຣາດຣະຂອງອິນເດຍ ສົ່ງຜົນໃຫ້ມີຜູ້ຕິດເຊື້ອໂຄວິດທີ່ປິ່ນປົວຢູ່ໃນໂຮງໝໍເສຍຊີວິດຢ່າງໜ້ອຍ 13 ຄົນ.ເຫດການໄຟໄໝ້ເກີດຂຶ້ນເມື່ອເວລາປະມານ 3:00

ໂມງ ໃນຄືນວັນທີ 22 ເມສາ ຕາມເວລາທ້ອງຖິ່ນ ຢູ່ໂຮງໝໍວິເຈ ວາລາບ (Vijay Vallabh) ໂດຍໄຟເລີ່ມຕົ້ນຂຶ້ນຢູ່ຫ້ອງ ICU ເຮັດໃຫ້ຄົນເຈັບໜັກທີ່ປິ່ນປົວຢູ່ຫ້ອງດັ່ງກ່າວ ເຊິ່ງມີທັງໝົດ 17 ຄົນ ເສຍຊີວິດ 13 ຄົນ, ສ່ວນອີກ 4 ຄົນໄດ້ຮັບການຊ່ວຍເຫລືອ ແລະ ສົ່ງໄປໂຮງໝໍໃກ້ຄຽງ.ທັງນີ້ ອິນເດຍກຳລັງຜະເຊີນວິກິດທາງສາທາລະນະ.

ສຸກຂັ້ນຮຸນແຮງ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ ເຮັດໃຫ້ຕຽງໃນໂຮງໝໍບໍ່ພຽງພໍ ທັງຍັງຂາດເຂີນຢາ ແລະ ອົກຊີສຳລັບຄົນເຈັບທີ່ຕ້ອງໃຊ້ເຄື່ອງຊ່ວຍຫາຍໃຈໃນ ໂຮງໝໍຫລາຍແຫ່ງທົ່ວປະເທດ ໂດຍສະເພາະໃນລັດມະຫາຣາດຣະ ເຊິ່ງເປັນລັດທີ່ໄດ້ຮັບຜົນກະທົບຮຸນແຮງທີ່ສຸດໃນອິນເດຍ ໂດຍໃນໄລຍະ 2 ວັນຜ່ານມາ ມີລາຍງານຜູ້ຕິດເຊື້ອເສຍຊີວິດເນື່ອງຈາກອົກຊີໝົດ ແລະ ບໍ່ສາມາດຫາໄດ້ທັນເຖິງ 24 ຄົນ ເຫດການແບບດຽວກັນນີ້ຍັງເກີດຂຶ້ນໃນລັດອີກຢ່າງໜ້ອຍ 3 ແຫ່ງ ໄດ້ແກ່ ລັດຄຸດຣາດ, ລັດອຸຕໍ.

ປະເທດ ແລະ ລັດຫໍຢານາ ລວມທັງນະຄອນຫລວງນິວເດລີ ເຊິ່ງມີຜູ້ຕິດເຊື້ອເສຍຊີວິດໃນຂະນະລໍຖ້າອົກຊີ ແລະ ຕຽງສຳລັບຜູ້ຕິດເຊື້ອອາການໜັກຈຳນວນຫລາຍ.ນອກຈາກ ນີ້ ຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ທີ່ເພີ່ມຂຶ້ນເປັນຫລັກພັນມາຫລາຍວັນຕິດຕໍ່ກັນ ຍັງເຮັດໃຫ້ເຕົາຈູດສົບທົ່ວປະເທດຕ້ອງຮັບພາລະໜັກ ມີການຈູດສົບຕະຫລອດ 24

ຊົ່ວໂມງ ບາງແຫ່ງຕ້ອງໃຊ້ວິທີການຈູດລວມກັນຫລາຍສົບ ແລະ ໃນຂະນະດຽວກັນຍັງມີອີກຫລາຍຄອບຄົວຍັງບໍ່ສາມາດຫາສະຖານທີ່ຈູດສົບຂອງບຸກຄົນໃນຄອບຄົວໄດ້.ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ໄດ້ເປັນປະທານກອງປະຊຸມລະດັບສູງເພື່ອທົບທວນການຈັດຫາອົກຊີທົ່ວປະເທດ ໃນວັນທີ 22 ເມສາ ໂດຍໄດ້ສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງເພີ່ມກຳລັງຜະລິດ ແລະ ລົງໂທດສຳລັບການກັກຕຸນອົກຊີ ເພື່ອໃຫ້ແຈກຢາຍໄປລັດອື່ນໆທີ່ຂາດເຂີນໂດຍໄວທີ່ສຸດ.

2021:ຂ່າວລາວ

Related Posts

Leave a Reply

Your email address will not be published. Required fields are marked *