ນີ້ຄືຂ່າວດີສຳລັບທຸກຄົນໃນທົ່ວໂລກ ໃນທ່າມກາງທີ່ມີການລະບາດຂອງໂຄວິດ-19 ຜັນແປໄປຢ່າງສັບສົນໃນຂະນະນີ້.
ຂະນະນີ້ສະຫະລັດອາເມລິກາກຳລັງທົດລອງໄລຍະ 3 ຢາປົວໂຄວິດ-19 ແບບກິນ, ບາງທີອາດຈະມີການຈຳໜ່າຍອອກສູ່ທ້ອງຕະຫຼາດໃນທ້າຍປີນີ້.

ຢາຊະນິດນີ້ມີຊື່ວ່າ Molnupinavir ຊຶ່ງເຕັມໄປດ້ວຍຄວາມຫວັງໃນການຢຸດຕິການລະບາດໃຫ່ຍຂອງໂຄວິດ-19 ໃນອະນາຄົດອັນໃກ້.ຢາຊະນິດນີ້ຖືກພັດທະນາຂຶ້ນໂດຍ 2 ບໍລິສັດ: Rigibel (ເຢຍລະມັນ) ແລະ Merk (ສະຫະລັດ).
ການທົດລອງໃນຂັ້ນ ຄລີນິກ ໄລຍະ 1 ແລະ 2 ໄດ້ສຳເລັດເປັນທີ່ຮຽບຮ້ອຍ ດ້ວຍຜົນສຳເລັດ 100% . ພາຍຫຼັງ 5 ວັນປະລິມານໄວຣັສໃນຕົວຜູ້ປ່ວຍຫຼຸດລົງເຖິງຂີດຕໍ່າສຸດ ຈົນເຖິງຂັ້ນບໍ່ສາມາດແພ່ເຊື້ອໄດ້.

ການທົດລອງຄລີນິກໄລຍະ 3 ກໍໃກ້ຈະສຳເລັດ ຊຶ່ງມີຜົນອອກມາດີຫຼາຍ, ຄາດວ່າໃນລະດູໃບໄມ້ຫຼົ່ນປີນີ້ຄົງຮູ້ຜົນສຳເລັດຕົວຈິງ.
ແຫຼ່ງຂ່າວ: VietNamNet, 15/07/2021