ຈະເປີດຄືນໃຫມ່ ໂຮງໝໍພາກສະໜາມ ວິທະຍາໄລພາກໃຕ້ ເພື່ອຮັບຄົນເຈັບໂຄວິດ

ອີງຕາມເພຈໂຮງໝໍແຂວງຈຳປາສັກ ລາຍງານໃນວັນທີ 18 ກໍລະນີ 2021 ນີ້ວ່າ: ໂຮງໝໍພາກສະໝາມວິທະຍາໄລການເງິນພາກໃຕ້ ໄດ້ຖືກຈັດຕັ້ງຂຶ້ນເປັນຄັ້ງທີ II ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19.

ໃນວັນທີ 18 ກໍລະກົດນີ້ ໄດ້ປີ່ນປົວຄົນເຈັບຕິດເຊື້ອໂຄວິດຫາຍດີ ມີຜົນກວດປັນລົບ ຈຳນວນ 12 ຄົນ ແລະ ໃຫ້ເມື່ອຈຳກັດບໍລິເວນຢູ່ບ້ານອິກ 14 ວັນຈຶ່ງສາມາດເຂົ້າຫາສັງຄົມໄດ້.