ເໜືອ-ໃຕ້! ໃຫ້ລະວັງພາຍຸໝຸນເຂດຮ້ອນ ເຈີມປາກ່າ

ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່າ ຈະພາດຜ່ານພາກເໜືອ ຂອງປະເທດລາວ ປ່ອງໃສ່ ພາຍຸໝຸນເຂດຮ້ອນ ເຈີມປາກ່າ (Cenpaka) ທີ່ກຳລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນເທິງ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກຢູ່ແຂວງພາກເໜືອ ແລະ ພາກໃຕ້ ໃນໄລຍະວັນທີ 19 ຫາ 20 ກໍລະກົດ 2021 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ແຂວງ ຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ (ເມືອງ ຕົ້ນເຜີ້ງ ແລະ ເມືອງ ຫ້ວຍຊາຍ), ຫຼວງນ້ຳທາ (ເມືອງ ລອງແລະ ເມືອງ ວຽງພູຄາ), ຫຼວງພະບາງ, ໄຊຍະບູລີ, ຈຳປາສັກ (ເມືອງ ປາກຊ່ອງ), ເຊກອງ (ເມືອງ ດາກຈຶງ) ແລະ ອັດຕະປື (ເມືອງ ພູວົງ) ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊຸ ເກີດຂື້ນໃນໄລຍະ 2 ວັນຕໍ່ໜ້ານີ້.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

Related Posts

Leave a Reply

Your email address will not be published. Required fields are marked *