ໃນວັນທີ 19 ກໍລະກົດ 2021 ນີ້, ທີ່ກະຊວງປ້ອງກັນປະເທດ ບໍລິສັດ ສະຕາໂທລະຄົມ ໄດ້ປະກອບສ່ວນອຸປະຖຳ ເງິນຈຳນວນ 3.000.000 ໂດລາສະຫະລັດ ໃຫ້ແກ່ກະຊວງປ້ອງກັນປະເທດ ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາກອງທັບ.

ໂດຍການເຂົ້າຮ່ວມຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເຊິ່ງຕາງໜ້າໃຫ້ບໍລິສັດ ສະຕາໂທລະຄົມ ກ່າວມອບໂດຍສະຫາຍ ລິວ ແມ໋ງຮ່າ ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ແລະ ຕາງໜ້າກ່າວຮັບໂດຍສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ເຊິ່ງມີຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະອຳນວຍການຂອງບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງບໍລິສັດ ສະຕາໂທລະຄົມ ເຊິ່ງຍາມໃດກໍ່ໄດ້ມີຜົນງານທີ່ພົ້ນເດັ່ນໃນການປະກອບສ່ວນຊ່ວຍເຫລືອສັງຄົມ

ເວົ້າລວມເວົ້າສະເພາະກໍຄືທາງກະຊວງປ້ອງກັນປະເທດ, ທີ່ເຫັນໄດ້ເຖິງຄວາມໝາຍ, ຄວາມສຳຄັນຕໍ່ວຽກງານດັ່ງກ່າວ ເພາະເງິນຈຳນວນດັ່ງກ່າວແມ່ນເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາກອງທັບ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ.