ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະ ລົງຕິດຕາມການຈັດສັນແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ເພື່ອເຂົ້າສູນຈຳກັດບໍລິເວນ ຢູ່ ມສ ໂພນສະຫວັນ, ນະຄອນໄກສອນພົມວິຫານ ໃນວັນທີ 20 ກໍລະກົດ 2021 ຜ່ານມາ.

ຈາກການລາຍງານຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 20 ກໍລະກົດ ຜ່ານມາ

ແຂວງສະຫວັນນະເຂດ ແມ່ນພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈາກແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານຫຼາຍສຸດເຖິງ 98 ຄົນ.


ຮູບໂດຍ: ລຳໄພ