ຊົມເຊີຍ​ ຂອບໃຈພະລັງໂຊຊ່ຽວທີ່ຊ່ວຍກັນແຊຣ໌ ຕອນນີ້​ 3 ແມ່ລູກໄດ້ຮັບຄວາມຊ່ວຍເຫຼືອແລ້ວ

ຍິງລາວກັບລູກອີກ 2 ຄົນ ໄດ້ຮັບການຊ່ວຍເຫລືອແລ້ວຈາກຫນ່ວຍງານ ພັດທະນາສັງຄົມ ແລະ ຄວາມຫມັ້ນຄົງຂອງມະນຸດ ຈັງຫວັດຫນອງຄາຍ.

ຍິງຊາວລາວ ອາຍຸ 26 ປີ ໄດ້ສາມີເປັນຄົນໄທ ຫອມລູກຊາຍ 2 ຄົນ ອາຍຸ 3 ປີ ກັບອີກຄົນອາຍຸ 2 ເດືອນ ຈາກຍະໂສທອນ ຫນີກັບ ສປປ.ລາວ.

ວັນທີ 22 ກໍລະກົດ 21 ເວລາປະມານ14:00 ນາທີ ຕາມທີ່ມີໂລກໂຊຊ່ຽວ ໄດ້ມີການແຊຣ໌ພາບຍິງຊາວລາວ ແລະ ລູກນ້ອຍ 2 ຄົນທີ່ຫອບລູກ 2 ຄົນ ອາຍຸ 3 ປີ ແລະ ອາຍຸ2 ເດືອນ ຢູ່ບໍລິເວນສາລາຫນ້າດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບຫນອງຄາຍ ແອດມິນ(สถานีหนองคาย) ຢູ່ໃນບໍລິເວນຫນ້າດ່ານກວດຄົນເຂົ້າເມືອງຂົວມິດຕະພາບຫນອງຄາຍ ແອດມິນໄດ້ເຂົ້າກວດສອບຂໍ້ມູນ ຮູ້ຊື່ວ່າ ນາງພິດສະໄຫມ ສອນສຸພາບ (ແອນ) ອາຍຸ 26 ປີເປັນຊາຍ ສປປ.ລາ ແຂວງໄຊຍະບູລີ ມີເອກະສານການເຂົ້າເມືອງຢ່າງຖືກຕ້ອງ ຊຶ່ງໄດ້ມາອາໄສຢູ່ກັບສາມີຊາວໄທ ຢູ່ ອຳເພີເລິງນົກທາ ຈັງຫວັດຍະໂສທອນ ຫລັງໄດ້ຜິດຖຽງກັບສາມີ ອາຍຸ 23 ປີ ຈຶ່ງຫອມລູກນ້ອຍເພດຊາຍ 2 ຄົນ ເດີນທາງອອກຈາກອຳເພີເລິງນົກທາ ຈັງຫວັດຍະໂສທອນ ເຖີງຈັງຫວັດຫນອງຄາຍ ເມື່ອວັນທີ 21:00 ນາທີ ໂດຍມີເງີນຕິດຕົວ 800 ບາດໄດ້ນັ່ງລົດຕູ້ໂດຍສານ ຈາກ ຈັງຫວັດຍະໂສທອນ ມາລົງ ຈັງຫວັດຣ້ອຍເອັດ ມາຫາອຸດອນທານີ ເຖີງ ຈັງຫວັດຫນອງຄາຍ ເມື່ອເວລາ 21:00 ນາທີ ໄດ້ພາລູກເຂົ້າພັກໂຮງແຮມແຫ່ງຫນຶ່ງ ໃນຈັງຫວັດຫນອງຄາຍ ຈາກນັ້ນວັນນີ້ 22 ກໍລະກົດ 21ເວລາ 08:00 ນາທີ ໄດ້ນັ່ງລົດສາມລໍ້ເຄື່ອງກັບລູກນ້ອຍມາລົງທີ່ດ່ານກວດຂົວມິດຕະພາຍໄທ-ລາວ.

ພາຍຫລັງຈາກເຖີງຫນ້າດ່ານກວດຄົນເຂົ້າເມືອງຂົວມິດຕະພາບໄທ-ລາວ ເຈົ້າຫນ້າທີ່ ຕມ. ຫນ້າດ່ານ ເຈົ້າຫນ້າທີ່ຈຶ່ງຖາມຫາເອກສານຂອງທັງສາມແມ່ລູກທີ່ຈະຂ້າມຝັ່ງ ແມ່ຂອງເດັກນ້ອຍນັ້ນມີເອກະສານບັດປະຈຳຕົວຄົບ ໃນສ່ວນເດັກ 2 ຄົນ ອາຍຸ 3ປີ ກັບອາຍຸ 2 ເດືອນ ມີພຽງໃບເກີດເຊີງເຈົ້າຫນ້າທີ່ໄດ້ແນະນຳໃຫ້ໄປກຽມ“ເອກະສານຂອງເດັກໃຫ້ຄົບ ຫລື ໃຫ້ພໍ່ຂອງເດັກນ້ອຍ ເຊັນຍິນຍອມໃຫ້ຖືກຕ້ອງ”

ສອບຖາມໄປຍັງເຈົ້າຫນ້າທີ່ດ່ານກວດຄົນເຂົ້າເມືອງຂົວມິດຕະພາບໄທ-ລາວ ເຈົ້າຫນ້າທີ່ຫນ້າດ່ານ ຈຶ່ງໄດ້ປະສານເຈົ້າຫນ້າທີ່ ພັດທະນາສັງຄົມແລະຄວາມຫມັ້ນຄົງຂອງມະນຸດ ຈັງຫວັດຫນອງຄາຍ ເບື້ອງຕົ້ນເຈົ້າຫນ້າທີ່ພັດທະນາສັງຄົມແລະຄວາມຫມັ້ນຄົງຂອງມະນຸດໄດ້ເຂົ້າໄປຊ່ວຍເຫລືອໂດຍເວົ້າກັບສາມີ ຂອງນາງພິດສະໄຫມ ເຊິ່ງເປັນພໍ່ຂອງເດັກນ້ອຍທັງສອງຄົນຮູ້ວ່າຜິດຖຽງກັນ ໂດຍບໍ່ມີການທຳຮ້າຍຮ່າງກາຍກັນພຽງແຕ່ຜິດຖຽງກັນເວລາສາມີດື່ມເຫຼົ້າ ແລະ ດ່າເມຍ ຈຶ່ງເກີດຄວາມນ້ອຍໃຈ ແລະ ທົນບໍ່ໄຫວເລີຍຫອບລູກຈະກັບບ້ານເກີດ ທີ່ສປປ.ລາວ ຫລັງຈາກເຈົ້າຫນ້າທີ່ເຂົ້າໄປໄກ່ເກ່ຍແລ້ວສາມີຈຶ່ງໃຈອ່ອນ ຍອມໃຫ້ກັບມາທີ່ບ້ານ ຈັງຫວັດຍະໂສທອນ.

ສຳລັບວັນນີ້ເຈົ້າຫນ້າພັດທະນາສັງຄົມ ແລະ ຄວາມຫມັ້ນຄົງຂອງມະນຸດຈັງຫວັດຫນອງຄາຍ ໄດ້ພາແມ່ ແລະ ເດັກໄປພັກທີ່ສູນພັກພິງຊົ່ວຄາວເພື່ອກວດຫາເຊື້ອໂຄວິດ-19 ແລະ ຈະນຳແມ່ ແລະ ເດັກກັບໄປຫາສາມີ ຫລືພໍ່ຂອງເດັກທີ່ຢູ່ຍະໂສທອນຕໍ່ໄປ.#ຂໍ້ມູນຈາກ:เพจสถานีหนองคาย.

Related Posts

Leave a Reply

Your email address will not be published. Required fields are marked *