ລາຍງານແຜນດິນໄຫວປະຈຳວັນທີ 23 ກໍລະກົດ 2021 ທີ່ແຂວງໄຊຍະບູລີ

ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນແຂວງ ໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

ໃນເວລາ 12:52:40 ຂອງໂມງທ້ອງຖິ່ນ ຈຸດສູນກາງ ເສັ້ນຂະໜານທີ 19,4880 ອົງສາເໜືອ ແລະ ເສັ້ນແວງທີ 101.450ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2,4 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 1 Km ຈຸດສູງກາງເກີດແຜ່ນດິນໄຫວຢູ່ ບ້ານ ສະມະ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນໃກຈາກເທດສະບານ ເມືອງ ໄຊສະຖານ ປະມານ 14 Km.

ໝາຍເຫດ: ເຫດການແຜ່ນດິນໄຫວດັ່ງກ່າວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Related Posts

Leave a Reply

Your email address will not be published. Required fields are marked *