ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ-19 ປະຈຳວັນທີ 24 ກໍລະກົດ 2021 ໂດຍ ທ່ານ ດຣ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດໃນວັນທີ 23 ກໍລະກົດ 2021 ນີ້ ມີລາຍງານຜູ້ຕິດເຊື້ອໃໝ່ ຈານວນ 278 ຄົນ ຈາກການເກັບຕົວຢ່າງກວດຫາເຊື້ອ 2.571 ຕົວຢ່າງ.

ນີ້ເປັນຕົວເລກລາຍງານຜູ້ຕິດເຊື້ອໃໝ່ສູງຂອງປະເທດເຮົາ ແລະ ເປັນ 3 ມື້ ຕໍ່ເນື່ອງ ທີ່ມີຜູ້ຕິດເຊື້ອໃໝ່ກາຍ 200 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຮອດປັດຈຸບັນ ແມ່ນ 4.620 ຄົນ, ມີຈໍານວນເສຍຊີວິດ ສະສົມ 5 ຄົນ ແລະ ຍັງສືບຕໍ່ປິ່ນປົວ 1.790 ຄົນ.

ສຳລັບການກວດພົບຜູ້ຕິດເຊື້ອໃໝ່ 278 ຄົນ ຢູ່ນະຄອນຫຼວງວຽງຈັນ 4 ຄົນ, ແຂວງຈຳປາສັກ 53 ຄົນ, ສະຫວັນນະເຂດ 198 ຄົນ, ສາລະວັນ 9 ຄົນ, ບໍລິຄຳໄຊ 9 ຄົນ ແລະ ຄຳມ່ວນ 5 ຄົນ ທັງໝົດແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນຳສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກຳນົດໄວ້.
