ອຸທາຫອນ! ບໍ່ຄວນເບິ່ງຂ້າມ ຫາກບໍ່ຈຳເປັນຢ່າໃຫ້ລູກນ້ອຍຫຼິ້ນໂທລະສັບຫຼາຍຈົນເກີນໄປ ສ່ຽງຕາບອດ

ມື້ນີ້ມີເລື່ອງໃກ້ຕົວທີ່ຢາກໃຫ້ຮູ້ ນັ້ນກໍ່ຄືການຫັດລ້ຽງລູກດ້ວຍມືຖື, ຖ້າເວົ້າເລື່ອງນີ້ມາພໍ່ແມ່ຫຼາຍໆຄົນກໍ່ວ່າແນວລູກຢາກຫຼິ້ນເດ!!! ແຕ່ວ່າຄວາມຈິງແລ້ວລູກບໍ່ຮູ້ຫຼິ້ນແຕ່ຕົ້ນພໍ່ແມ່ເປັນຄົນຍິບຍື່ນໃຫ້ກ່ອນລູກຈະຕິດ ແລ້ວທ່ານຮູ້ຫຼື ຍັງອັນຕະລາຍຂອງມືຖືມີແນວໃດ? ມື້ນີ້ເຮົາມາຮູ້ເລື່ອງຈີງຂອງພໍ່ລາຍໜຶ່ງທີ່ເພິ່ນຂຽນໄວ້ເປັນອຸທາຫອນໃຫ້ຫຼາຍໆຄົນທີ່ກຳລັງເດີນໄປໃນເສັ້ນທາງດຽວກັນ.

ທີ່ແອັດຕ້ອງເອົາມາຝາກແຟນຂ່າວກໍ່ເນື່ອງຈາກວ່າເຫັນຫຼາຍໆຄອບຄົວ ມັກຈະຊື້ ຫຼື ໃຫ້ລູກນ້ອຍໂຕເອງໃຊ້ ແລະ ຫຼິ້ນ ໂທລະສັບສະມາດໂຟນ, ໄອແພັດ, ຄອມ … ແຕ່ຍັງນ້ອຍໆ ໂດຍບໍ່ທັນໄດ້ຄໍານຶງເຖິງຜົນຮ້າຍທີ່ຈະຕາມມາ, ບາງຄົນຢາກໃຫ້ລູກຮຽນຜ່ານມືຖື ບາງຄົນກໍ່ຕັ້ງຢາກໃຫ້ລູກຫຼິ້ນ ເພື່ອບໍ່ໃຫ້ລູກມາວົນນຳ ແຕ່ຈະດ້ວຍວິທີໃດກໍ່ບໍ່ດີທັງນັ້ນ ຖ້າຈະໃຫ້ລູກຫຼິ້ນກໍ່ຕ້ອງກຳນົດເວລາທີ່ແນ່ນອນຕໍ່ມື້ ບໍ່ໃຫ້ຈັບຫຼິ້ນເອງໃຫ້ຢູ່ໄກໆເບິ່ງຈະກວ່າ ຖ້າບໍ່ດັ່ງນັ້ນໃຫ້ທ່ານມາເບິ່ງເລື່ອງນີ້ເປັນການເຕືອນໃຈ!!!
ຈາກສື່ຂ່າວປະເທດໄທເຜີຍວ່າ ມີພໍ່ທ່ານໜຶ່ງ ໄດ້ໂພສຜ່ານເຟດບຸກສ່ວນຕົວ (Dachar Nuysticker Chuayduang) ເລົ່າເລື່ອງລາວການລ້ຽງລູກດ້ວຍໂທລະສັບ ຫຼື ປ່ອຍໃຫ້ລູກຫຼິ້ນໂທລະສັບຫຼາຍເກີນໄປ ຈົນສົ່ງຜົນກະທົບຕາມມາຄືລູກສາວຂອງຕົນມີບັນຫາທາງສາຍຕາ.



