ໜ້າເສົ້າ! ພໍ່ຂອງຜູ້ເສຍຊີວິດຈາກພະຍາດໂຄວິດ ເຮັດໄດ້ພຽງມາຮັບເອົາກະດູກລູກຂອງຕົນ ຈາກຄະນະສະເພາະກິດ.

ໃນວັນທີ 31 ກໍລະກົດ 2021 ເພຈໂຮງໝໍແຂວງຈຳປາສັກ ໄດ້ໂພສພາບ ພ້ອມລາຍງານວ່າ: ມື້ນີ້ທີມງານບໍລິຫານໂຮງໝໍແຂວງຈຳປາສັກ ໄດ້ນຳເອົາກະດູກຂອງຜູ້ເສຍຊີວິດຈາກພະຍາດໂຄວິດ-19 ມາສົ່ງມອບໃຫ້ແກ່ຍາດພີ່ນ້ອງຂອງຜູ້ເສຍຊີວິດໂດຍມີ ນາງ ໄຄຄອຍ ນາຍບ້ານໆເວີນສົມ, ເມືອງໂຂງ, ແຂວງຈຳປາສັກ ເປັນຜູ້ກ່າວຮັບພ້ອມ ພໍ່ຂອງຜູ້ເສຍຊີວິດ ເຊິ່ງພວກເພີ່ນໄດ້ກ່າວຂອບໃຈຕໍ່ການຈັດຕັ້ງພັກ-ລັດ

ໂດຍສະເພາະແມ່ນການຈັດຕັ້ງຂອງພະແນກສາທາລະນະສຸກແຂວງ ກໍຄືໂຮງໝໍແຂວງຈຳປາສັກ ທີ່ມີນະໂຍບາຍໃຫ້ການຊ່ວຍເຫຼືອຢ່າງສະເໜີຕົ້ນສະເໝີປາຍ.ມາຮອດປັດຈຸບັນ (31 ກໍລະກົດ) ສປປ ລາວ ເຮົາມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ລວມ 7 ຄົນ. ຕິດເຊື້ອສະສົມ 6.299 ຄົນ ແລະ ກຳລັງປິ່ນປົວ 2.804 ຄົນ.
