ເດັດຂາດວ່ອງໄວ ໄຊຍະບູລີພາຍລັງພົບຜູ້ຕິດເຊື້ອພຽງສອງຄົນໄດ້ປະກາດລັອກດາວທັນທີຄົນໃນຫ້າມອອກຄົນນອກຫ້າມເຂົ້າຢ່າງບໍ່ມີກຳນົດ ເວົ້າງ່າຍໆຈົນກວ່າຈະແນ່ໃຈວ່າບໍ່ມີການລະບາດໃນຊຸມຊົນຈິ່ງຈະມີການປ່ຽນແປງຄັ້ງໃໝ່ ເນື່ອງຈາກສອງຜູ້ຕິດເຊື້ອໄດ້ເດີນທາງໄປຫຼາຍບ່ອນ ມີຜູ້ພົວພັນໃກ້ຊິດລວມ 47 ຄົນ.

ແຮງງານກັບຄືນປະເທດຂອງແຂວງໄຊຍະບູລີ 2 ຄົນໄດ້ຢູ່ສູນກັກກັນຈົນຄົບກຳນົດ 14 ວັນແຕ່ດັນມາກວດພົບວ່າຕິດເຊື້ອຄະນະສະເພາະກິດຂັ້ນແຂວງໄດ້ຈັດປະຊຸມຢ່າງຮີບດ່ວນເພື່ອວາງແຜນຮັບມື ແລະຫຼ້າສຸດ ທາງຫ້ອງວ່າການປົກຄອງແຂວງໄຊຍະບູລີໄດ້ອອກແຈ້ງການ ສະບັບເລກທີ 255/ຫວຂ.ຊຍ ລົງວັນທີ 28 ກໍລະກົດ 2021 ໃຫ້ລັອກດາວໂຕເມືອງໄຊຍະລີເລີ່ມແຕ່ວັນທີ 28 ກໍລະກົດ ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ.

ໃນແຈ້ງການໄດ້ລະບຸວ່າ: ປະຈຸບັນນີ້ຢູ່ເມືອງໄຊຍະບູລີໄດ້ມີຜູ້ຕິດເຊື້ອໂຄວິດ-19ໃໝ່ຈຳນວນ 2 ຄົນ ເຊິ່ງແມ່ນບຸກຄົນທີ່ເດີນທາງມາຈາກສູນກັກກັນ ນະຄອນຫຼວງວຽງຈັນ ດັ່ງນັ້ນ, ຄະນະສະເພາະກິດຈິ່ງດ້ກຳນົດເຂດທີ່ມີຄວາມສ່ຽງໃນການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ພາຍໃນແຂວງຄື ເມືອງໄຊຍະບູລີ ບ້ານ ນາແລ້ງຫຼວງ ແລະໄດ້ປະກາດເປັນບ້ານສີແດງ ສ່ວນເຂດສີເຫຼືອງປະກອຍມີ: ບ້ານຫ້ວຍເລິກ ເມືອງແກ່ນທ້າວ, ບ້ານມົດສົ້ມ ເມືອງປາກລາຍ, ບ້ານດອນ ເມືອງບໍ່ແຕນ, ບ້ານນາບວມ, ບ້ານດົງຫຼວງ ແລະ ບ້ານກາງ ເມືອງພຽງ ໃນສະຖານທີ່ຕ່າງໆເຫຼົ່ານັ້ນໃຫ້ປະຕິບັດດັ່ງນີ້:

1. ປິດການເຂົ້າ-ອອກ ເມືອງໄຊຍະບູລີ ແຕ່ວັນທີ 28ກໍລະກົດ 2021 ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງ ກໍລະນີມີຄວາມຈຳເປັນ ເດີນທາງເຂົ້າ-ອອກ ແມ່ນຕ້ອງໄດ້ຮັບການສັກວັກຊີນ ຄົບ 2 ເຂັມ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.

6. ປິດການຮຽນ-ສອນ ທຸກຊັ້ນຮຽນທີ່ເມືອງໄຊຍະບູລີ ສ່ວນການເສັງຈົບຊັ້ນມໍ7 ແມ່ນໃຫ້ປະຕິບັດຕາມແຜນ ແຕ່ຕ້ອງປະຕິບັດຕາມຄະນະສະເພາະກິດວາງຢ່າງເຂັ້ມງວດ.
7. ໃຫ້ແຕ່ລະເມືອງຈັດຕັ້ງຈຸດອອກ-ເຂົ້າເມືອງ ແລະ ບ້ານທີ່ມີຄວາມສ່ຽງໃນການແຜ່ລະບາດເຊື້ອພະຍາດໂຄວິດ-19 ຢ່າງເຂັ້ມງວດ 24 ຊົ່ວໂມງ ສ່ວນຜູ້ທີ່ອອກຈາກສູນກັກຕົວນະຄອນຫຼວງວຽງຈັນແຕ່ວັນທີ່ 25 ກໍລະກົດ ຫຼັກ 27 ແມ່ນໃຫ້ນຳເຂົ້າສູນກັກຕົວຕາມແຕ່ລະເມືອງຕື່ມ 14 ວັນ ເພື່ອລໍຟັງອາການ.

8. ມອບໃຫ້ພະແນກສາທາລະນະສຸກແຂວງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ຊອກຫາຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ເພື່ອມາເກັບຕົວຢ່າງ ແລະ ນຳເຂົ້າສູນກັກກັນ.
9. ມອບໃຫ້ພະແນກ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງຂອງແຂວງ ອົງການປົກຄອງເມືອງ 11 ເມືອງ ຄະນະສະເພາະກິດເມືອງໄຊຍູບູລີ ແລະ ເຈົ້າໜ້າທີ່ປກສ-ປກຊ ເປັນເຈົ້າການໃນການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.