ສຸດເສົ້າ…!ຍິງສາວກຳລັງຖືພາໄດ້ 7 ເດືອນເສຍຊີວິດຍ້ອນໂ ຄ ວິ ດ ແພດຜ່າຕັດຊ່ວຍຊີວິດເດັກນ້ອຍໄວ້ໄດ້

ຜູ້ເສຍຊີວິດອາຍຸ 23 ປີ ປະຊາຊົນເມືອງສຸໂຂໄທ, ປະເທດໄທ… ກຳລັງຖືພາ 7 ເດືອນ, ທີມແພດໄດ້ພິຈາລະນາການຜ່າຕັດເພື່ອຊ່ວຍຊີວິດເດັກໃນທ້ອງເປັນເພດຍິງ ນຳ້ໜັກອອກມາໄດ້1.000 ກຼາມ ໃນວັນທີ 20 ກໍລະກົດທີ່ຜ່ານມາ.
… ຫຼັງຈາກການຜ່າຕັດ ສະພາບຄົນເຈັບບໍ່ດີຂຶ້ນ. ຍັງມີສະພາບການຂາດອົກຊີແຊນຢູ່, ຕ້ອງການໃຊ້ເຄື່ອງຊ່ວຍຫາຍໃຈ ຄວາມດັນເລືອດຫຼຸດລົງ ອາການຜິດປົກກະຕິ ບໍ່ຕອບສະໜອງ ຕໍ່ການປິ່ນປົວ, ໃນວັນທີ 25 ກໍລະກົດ, ການເລີ່ມມີອາການໝາກໄຂ່ຫຼັງລົ້ມເຫຼວ, ອະໄວຍະວະຫຼາຍຢ່າງບໍ່ຕອບຮັບ ແລະ ກໍ່ໄດ້ເສຍຊີວິດໄປຢ່າງສະຫງົບໃນຄືນທີ່ຜ່ານມາຜູ້ເສຍຊີວິດມີລູກສາວ 2 ຄົນ, ຜູ້ໃຫຍ່ມີອາຍຸ 8 ປີ ແລະ ອີກຄົນແມ່ນຜູ້ທີ່ຫາກະຜ່າຄອດ
