ສາວກຳລັງຖືພາຕິດເຊື້ອໂຄວິດໂດຍບໍ່ຮູ້ຕົວ

ກ່ອນອື່ນຫມົດຂໍແຈ້ງໃຫ້ພໍ່ແມ່ ພີ່ນ້ອງ ຫມູ່ເພື່ອນທີ່ໄດ້ສຳຜັດນຳພວກຂ້າພະເຈົ້າທັງສອງຜົວເມຍ ໃຫ້ກັກຕົວເອງຢູ່ບ້ານລະກາເຝົ້າລະວັງອາການແດ່ເດີ ຕອນນີ້ພວກຂ້ອຍໄດ້ຮັບຜົນກວດອອກມາແລ້ວເປັນບວກ(ຕິດເຊື້ອ) ຂໍໂທດນຳທຸກຄົນຫຼາຍໆທີ່ໄດ້ໄປພົວພັນນຳໂດຍທີ່ບໍ່ໄດ້ຕັ້ງໃຈ ທັງນີ້ທັງນັ້ນພວກຂ້ອຍກາບໍ່ຄິດວ່າໂຕເອງຊິມາເຈິເລື່ອງແບບນີ້

ຜ່ານມາກາບໍ່ໄດ້ປ່ອຍປະລະເລີຍບໍ່ໄດ້ອອກໄປຫຼີ້ນໃສຄິດວ່າໂຕເອງບໍ່ໄດ້ຢູ່ກຸ່ມສ່ຽງແຕ່ກາບໍ່ໄດ້ປະມາດທັງສອງກາໄດ້ເຊບຕົວເອງຢູ່ແຕ່ບ້ານບໍ່ຄ່ອຍໄດ້ອອກໄປໃສມີແຕ່ໄປຮ້ານລະກາມາເຮືອນ ມາຮູ້ຂ່າວມື້ນີ້ຂ້ອຍກາຈົນຊ໋ອກວ່າໂຕເອງຕິດເຊື້ອ ຍັງຄິດຢູ່ວ່າໄດ້ໄປຮັບເຊື້ອຕອນໃດ

ເດືອນນີ້ເປັນເດືອນທີ່ຂ້ອຍໄດ້ຮັບທັງຂ່າວດີ ແລະຂ່າວຮ້າຍພ້ອມກັນ ດຽວນີ້ຮູ້ສຶກເປັນຫ່ວງລູກໃນທ້ອງ ກັບ ຜູ້ທີ່ໄດ້ສຳຜັດນຳຂ້ອຍຫຼາຍທີ່ສຸດ ຂໍໃຫ້ທຸກຄົນປອດໄພເດີ ຂໍໂທດຫຼາຍໆ

ຢ່າງໃດກໍຕາມ ຂໍໃຫ້ຫາຍດີໄວໆປອດໄພທັງໝົດທຸກຄົນເດີ້

Related Posts

Leave a Reply

Your email address will not be published. Required fields are marked *