ທ່ານ ນາງ ໃບຄຳ ຂັດທິຍະ ລາຍງານໃນວາລະດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ສິງຫາ 2021 ໃຫ້ຮູ້ວ່າ: ກົມການເມືອງສູນກາງພັກ, ລັດຖະບານ ໄດ້ມີຄວາມເປັນຫວ່ງເປັນໄຍ ເປັນພິເສດ ຕໍ່ການກັບຄືນມາຂອງແຮງງານລາວ, ໂດຍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດທີ່ສຸດຕໍ່ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ລວມທັງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ກ່ອນໜ້ານີ້

ກະຊວງ ຮສສ ກໍ່ໄດ້ຮັບການຊີ້ນໍາ ເພື່ອຮັບມື ແລະ ແກ້ໄຂບັນຫາດັ່ງກ່າວ ຈາກກອງປະຊຸມ ທ່ານນາຍົກ ແລະ ຮອງນາຍົກ, ຈາກນັ້ນກໍ່ໄດ້ຮັບການຊີ້ນໍາ ຈາກກອງປະຊຸມກົມການເມືອງສູນກາງພັກ ແລະ ໄດ້ນຳມາຜັນຂະຫຍາຍເປັນແຜນ ແລະ ມາດຕະການ ຈັດຕັ້ງປະຕິບັດທັງສະເພາະໜ້າ ແລະ ຍາວນານ ເປັນຕົ້ນແມ່ນໄດ້ຈັດກອງປະຊຸມວິຊາການ ຮ່ວມກັບຝ່າຍໄທ ແລະ ພົບປະກັບ ທ່ານທູດໄທ ປະຈໍາ ສປປ ລາວ, ໂດຍໄດ້ສະເໜີ ໃຫ້ຝ່າຍໄທ ເບິ່ງແຍງ ແລະ ຊ່ວຍເຫລືອແຮງງານລາວທີ່ຍັງຕົກຄ້າງຢູ່ໄທ ໂດຍໃຫ້ຝ່າຍໄທ ສະໜອງຂໍ້ມູນຜູ້ອອກແຮງງານ ທີ່ເຮັດວຽກຢູ່ປະເທດໄທ ທີ່ຈະກັບຄືນປະເທດລາວ ໃຫ້ພາກສ່ວນກ່ຽວຂ້ອງຂອງລາວຊາບລ່ວງໜ້າ.

ຝ່າຍໄທ ຕ້ອງອໍານວຍຄວາມສະດວກໃຫ້ຜູ້ແຮງງານລາວ ທີ່ເຮັດວຽກຢູ່ໄທ ໄດ້ເຂົ້າເຖິງການສັກຢາວັກຊິນ ຄືກັນກັບພົນລະເມືອງຂອງໄທ; ສໍາລັບແຮງງານລາວ ທີ່ໝົດສັນຍາທີ່ຈະສົ່ງກັບບ້ານ ຕ້ອງໄດ້ກວດຫາເຊື້ອໂຄວິດ-19, ຖ້າຕິດເຊື້ອໂຄວິດ-19 ຝ່າຍໄທຕ້ອງປິ່ນປົວໃຫ້ເຊົ່າ ແລະ ກັກກັນຕາມກໍານົດເວລາ ຂອງຄະນະສະເພາະກິດຝ່າຍໄທ ແລ້ວຈຶ່ງສົ່ງກັບປະເທດລາວ, ໂດຍຜ່ານດ່ານສາກົນ ຕາມລະບຽບກົດໝາຍຂອງສອງຝ່າຍ ແລະ ຜູ້ອອກແຮງງານໃນລະບົບທີ່ເຂົ້າປະກັນສັງຄົມ ຕ້ອງໄດ້ຮັບນະໂຍບາຍເທົ່າທຽມກັບຜູ້ອອກແຮງງານຂອງໄທ; ໄດ້ປະສານສົມທົບກັບຄະນະສະເພາະກິດແຕ່ລະຂັ້ນ ເກັບກໍາຂໍ້ມູນ ແລະ ຂຶ້ນທະບຽນຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ໃຫ້ການຊ່ວຍເຫລືອເບື້ອງຕົ້ນ ເປັນເຄື່ອງປ້ອງກັນ (PPE ), ເຄື່ອງອຸປະໂພກ-ບໍລິໂພກຢູ່ສູນຈໍາກັດບໍລິເວນ ໃນ 10 ແຂວງ ທີ່ມີຊາຍແດນຕິດກັບປະເທດໄທ

ນັບແຕ່ເດືອນມີນາເຖິງເດືອນສິງຫາ ອົງການກາແດງລາວ ຮ່ວມກັບອົງການກາແດງ ສະວິດເຊີແລນ ຊ່ວຍເຫລືອອາຫານ 3 ຄາບແກ່ແຮງງານລາວໃນສູນກັກບໍລິເວນ 5,82 ຕື້ກວ່າກີບ
ອົງການກາແດງລາວ ໄດ້ຮ່ວມມືກັບອົງການກາແດງ ສະວິດເຊີແລນ ຊ່ວຍເຫລືອອາຫານ 3 ຄາບ, ເຄື່ອງໃຊ້ສ່ວນຕົວຜູ້ລະ 1 ຊຸດ, ນໍ້າດື່ມ ແລະ ຄ່າເດີນທາງໃຫ້ຜູ້ອອກແຮງງານ ທີ່ກັບຈາກປະເທດໄທ ຈໍານວນ 12 ສູນ, ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ເປັນເງິນທັງໝົດ 15,82 ຕື້ກວ່າກີບ; ໄດ້ໂຄສະນາເຜີຍແຜ່ປຶ້ມຄູ່ມືການໄປອອກແຮງງານຕ່າງປະເທດທີ່ປອດໄພ ຈໍານວນ 7.990 ຫົວ ແລະ ແຜ່ນພັບ, ໂປສເຕີ ການຊອກຫາວຽກເຮັດງານທໍາ, ຈົດໝາຍຮຽກຮ້ອງເຖິງຜູ້ອອກແຮງງານ 10.000 ສະບັບ ໃຫ້ສູນຈໍາກັດບໍລິເວນ ຢູ່ບັນດາແຂວງ, ນະຄອນຫລວງ, ໄດ້ເຮັດຄຣີບສຽງໂຄສະນາຕຳແໜ່ງງານຫວ່າງຜ່ານສື່ຕ່າງໆ ລວມທັງສູນຈໍາກັດບໍລິເວນຂອງແຮງງານທີ່ກັບມາ.