ແຊຕໍ່ ຝາກເຕືອນນະສຳ ລັບຜູ້ທີ່ກັກໂຕລະເກັ່ງ

ແຊຮ໌ໄປຝາກເຕືອນນະສຳລັບຜູ້ທີ່ກັກໂຕລະເກັ່ງ ປະຈຸບັນແຮງງານລາວໜີໂຄວິດ ກັບບ້ານເປັນຈຳນວນຫຼາຍທັງຖືກແລະຜິດກົດໝາຍແຕ່ລັດຖະບານໄດ້ມີນະໂຍບາຍອຳນວຍຄວາມສະດວກຫຼາຍຢ່າງສຳລັບແຮງງານລາວໄປແບບຜິດກົດໝາຍເພີ່ນກໍ່ໃຫ້ກັບມາໂດຍມີນະໂຍບາຍບໍ່ໄດ້ເອົາຄວາມຜີດໃດໆ,

ແຕ່ຍັງມີກຸ່ມແຮງງານຈຳນວນນຶ່ງກັບມາຮອດລາວແລ້ວໄດ້ເຂົ້າກັກກັນຢູ່ຕາມສູນແຕ່ລະແຫ່ງໄດ້ພາກັນສ້າງກະແສປັ່ນປວ່ນລົງທາງເຟສບຸກແລະຕີກຕອັກບໍ່ພໍອົກບໍ່ພໍໃຈວ່າທາງພາກລັດຕອ້ນຮັບຄັບສູ່ບໍ່ສົມກຽດຕິຍົດ ກີນບໍ່ອື່ມ,ນຸ່ງບໍ່ອຸ່ນ ສະຖານທີ່ນອນບໍ່ສະດວກ ຫອ້ງນໍ້າບໍ່ຈົບບໍ່ງາມ ບໍ່ສົມກັບເພີ່ນມາແຕ່ຕ່າງປະເທດ.ໃສລະວ່າສູເຈົ້າໄປຫາເງີນຫາຄຳໄດ້ເງີນເປັນກອບເປັນກຳ,ອັນໃດບໍ່ພຽງບໍ່ພໍກໍ່ຈົກເງີນໂຕເອງຊື້ໄຊ້ເອງຕື່ມແດ່,ຫອ້ງນຳ້ບໍ່ຈົບບໍ່ງາມກໍ່ພາກັນອານາໄມຊັ້ນຕົວພວກຄຸນນາຍທັງຫຼາຍເອີຍ.

ມີແຕ່ພາກັນສ້າງກະແສປະຈານລົງໂຊຊຽວ.ບາງສູນມີແພດໝໍປະຈຳ3-4ຄົນຊີ້ໃຫ້ບົວລະບັດບັດສີ ຮັກສາ ປອ້ນເຂົ້າປອ້ນນໍ້າ ອານາໄມຫອ້ງນໍ້າໃຫ້ສູເຈົ້າທັນໃຈໄດ້ແນວໃດບາງສູນມີຜູ່ກັກກັນ ເປັນ100ເປັນ1000ຄົນ,ຄວນເຫັນໃຈແພດໝໍແດ່ພວກຄຸນນາຍເອີຍ ບາງບອ່ນແພດໝໍເພີ່ນກໍ່ຕິດໂຄວິດຈາກສູເຈົ້ານຳເຂົ້າມາແຕ່ເພີ່ນຍັງບໍ່ເຄີຍຈົ່ມແລະໂທດສູເຈົ້າເລີຍ.

ຖ້າຢາກສະບາຍກໍ່ພາກັນຢູ່ເມືອງໄທພຸ້ນນອນຕາມຖະໜົນ,ນອນຕາມໜ້າໂຮງພະຍາບານເຢັນສະບາຍ,ຕິດໂຄວິດກໍ່ບໍ່ຈຳເປັນຕອ້ງກວດຕອ້ງປີ່ນປົວ.

ກໍລະນີຄົນທີ່ເກັ່ງຕໍ່ຕ້ານອຳນາດລັດເຫັນລະຫວານີ້ພາບປີ2020 ທ້າວແຮງງານລາວຄົນນີ້ວ່າສະຖານທີ່ກັກໂຕເພີ່ນບໍ່ສົມຍກຽດສັກສີບໍ່ມີແອບໍ່ມີຫອ້ງນໍ້າຕິດຫອ້ງນອນ ເຂົາເລີຍຈັດໃຫ້ເພີ່ນຕາມຄຳຂໍ ຫອ້ງນອນກັບຫອ້ງນ້ຳຕິດກັນຕາມຄຳຮຽກຮອ້ງຕອ້ງການ,

Related Posts

Leave a Reply

Your email address will not be published. Required fields are marked *