ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ເບິ່ງບັນຫາ ການຕ້ານ-ຕອບໂຕ້ໂຄວິດ ແລະບັນຫາຂອງນັກຮົບເສື້ອຂາວໃຫ້ຫຼາຍທີ່ສຸດ

ປະຊາຊົນ ໄດ້ໃຫ້ຮູ້ວ່າ: ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດເຫັນໃສ່ບົດລາຍງານສະພາບການແຜ່ລະບາດຂອງພະຍາດຂອງພະຍາດໂຄວິດ-19 ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX

ຄຳຄິດເຫັນຕ່າງໆກໍ່ໄດ້ຍົກໃຫ້ເຫັນເຖິງບັນຫາສຳຄັນ ທີ່ຕ້ອງໄດ້ເອົາໃຈໃສ່ເຊັ່ນ: ການຄວບຄຸມ-ການຕອບໂຕ້ພະຍາດໂຄວິດ, ການກໍ່ສ້າງສູນກັກກັນຕ່າງໆ ເພື່ອຮອງຮັບແຮງງານນໍາເຂົ້າ ແລະທີ່ສຳຄັນແມ່ນນະໂຍບາຍສຳລັບນະຮົບເສື້ອຂາວ ແພດໝໍນັ້ນເອງ
