ຂ່າວທົ່ວໄປ
ພະຍາກອນອາກາດ…!!! ມື້ນີ້ຈະມີຝົນຕົກຟ້າຮ້ອງ,ຟ້າເຫຼື້ອມ, ລົມພັດແຮງ ວັນທີ 28 ເມສາ 2021

ແຈ້ງເຕືອນຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ປະຈໍາວັນທີ 28 ເມສາ 2021

ບໍລິເວນຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ,

ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີສະຕິລະມັດລະວັງຕໍໍ່ສະພາບຝົນຕົກຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງທີ່ຈະເກີດຂື້ນໄດ້ໃນໄລຍະນີ້.