ແຮ່ນນ້າ ໂຣເຊັນບູມ ເຖິງໂຕຈະຢູ່ໄກ ແຕ່ກໍ່ສົ່ງກໍາລັງໃຈໃຫ້ຄົນລາວທຸກຄົນ

ແຮ່ນນ້າ ໂຣເຊັນບູມ ນັກຮ້ອງ, ນາງແບບ ແລະ ນັກສະແດງ ທີ່ມີຊື່ສຽງມີແຟນຄັບທັງຢູ່ໃນລາວ ແລະ ໃນປະເທດໄທ ກັບການເປັນໜຶ່ງໃນສະມາຊິກ ວົງ 4EVE ຊື່ດັງທີ່ປະເທດໄທ ໄດ້ໃຫ້ສໍາພາດ ແລະ ຝາກຄວາມເປັນຫ່ວງເປັນໃຍ ເຖິງແຟນໆວ່າ: ຢາກຝາກເຖິງທຸກຄົນ ການລະບາດຮອບນີ້ຍັງເປັນຕາຢ້ານຫຼາຍເພາະເປັນ ໂ ຄ ວ ິ ດ ສາຍພັນ UK ມັນຈະຕິດຕໍ່ກັນໄດ້ງ່າຍຂຶ້ນ ແລະ ທີ່ສຳຄັນຄົນທີ່ຕິດເຊື້ອອາດຈະບໍ່ສະແດງອາການກໍເປັນໄດ້, ບໍ່ຢາກໃຫ້ທຸກຄົນຖືເບົາ, ການສັກ vaccine ແລ້ວບໍ່ໄດ້ໝາຍຄວາມວ່າເຮົາຈະປອດໄພ 100%, ຢາກໃຫ້ທຸກຄົນຢຸດກະຈາຍຂ່າວປອມເພາະທຸກຄົນຈະເກີດຄວາມກັງວົນກັນ. ແຮ່ນນ້າ ວ່າທຸກຄົນຄ່ວນເລີ່ມປະຕິບັດຕາມກົດລະບຽບທີ່ທາງຂັ້ນເທິງເພິ່ນ

ວາງອອກ ຢາກໃຫ້ທຸກຄົນກັກໂຕຢູ່ບ້ານ, ງົດອອກໄປນອກຖ້າບໍ່ມີເຫດຈຳເປັນແທ້ໆ ແລະ ຮັກສາຄວາມສະອາດຊ່ວຍກັນ.ໃນຊ່ວງວິກິດການແຜ່ລະບາດແບບນີ້ ດ້ວຍຄວາມທີ່ ແຮ່ນນ້າ ຢູ່ໄທ ການໃສ່ຜ້າປິດປາກ ແລະ ພົກພາ gel alcohol ກາຍເປັນ new normal ຂອງແຮ່ນນ້າ ເພາະເຮົາບໍ່ສາມາດເຂົ້າຮ້ານ, ຊື້ເຄື່ອງ,ຂຶ້ນລົດ ໄດ້ຖ້າບໍ່ໃຊ້ຜ້າປິດປາກ, ການຮຽນ ການສອນ ການເຮັດວຽກກະຕ້ອງເຮັດແບບ online, ມັນເຮັດໃຫ້ໂຕເຮົາມີຄວາມຮັບຜິດຊອບຫຼາຍຂຶ້ນຕໍ່ສັງຄົມ, ຮູ້ປະຕິບັດຮັກສະອາດຫຼາຍຂຶ້ນ ແລະ ລະວັງໂຕເອງຫຼາຍຂຶ້ນສິ່ງເຫຼົ່ານີ້ກາຍເປັນເລື່ອງປົກກະຕິແບບໃໝ່ທີ່ເຮົາຕ້ອງເລີ່ມປັບໂຕຕາມສະຖານະການ

ຖ້າແຮ່ນນ້າ ມີເຫດຈຳເປັນຕ້ອງອອກໄປນອກ ແຮ່ນນ້າ ຈະໃສ່ຜ້າປິດປາກ 2 ຊັ້ນ ໂດຍສ່ວນຕົວຄິດວ່າມັນອາດຈະຮ້ອນແຕ່ເພື່ອຄວາມປອດໄພເຮົາກໍເຮັດ ແລະ ຖື gel ຫຼື spray alcohol ໄປນຳເພາະເວລາເຮົາໄປສຳຜັດກັບສິ່ງຂອງຕ່າງໆ ເຮົາບໍ່ຮູ້ວ່າ ຜູ້ທີ່ສໍາຜັດກ່ອນຫນ້ານີ້ເປັນຄົນຕິດເຊື້ອ ຫຼື ບໍ່? ເລີຍຄິດວ່າຫຼັງຈາກທີ່ເຮົາສຳຜັດແລ້ວເຮົາຄວນທຳຄວາມສະອາດໂຕເອງ, ເວລາມີວຽກລົມ ຫຼື ນັ່ງກັບຄົນອື່ນພວກເຮົາກໍຈະນັ່ງເວັ້ນບ່ອນນັ່ງ.

ໃນຊ່ວງວິກິດແບບນີ້ ແຮ່ນນ້າ ຢາກໃຫ້ທຸກຄົນຮັກສາຄວາມສະອາດ ເເລະ ເຮັດຕາມກົດລະບຽບເພື່ອຄົນອ້ອມຂ້າງ ເເລະ ຕົນເອງ ຖ້າທຸກຄົນປະຕິບັດຕາມກົດລະບຽບ ເເລະ ທຸກຄົນຊ່ວຍກັນມັນຈະເຮັດໃຫ້ເຮົາໄດ້ກັບໄປໃຊ້ຊີວິດເເບບປົກກະຕິ.ສໍາລັບການເບິ່ງແຍ່ງຕໂນເອງໃນຊ່ວງນີ້ຂອງ ແຮ່ນນ້າ ກໍດື່ມນ້ຳຫຼາຍໆ ແລະ ກິນເຂົ້າໃຫ້ຖືກໂມງ, ກິນ vitamins, workout ມື້ລະເລັກໆໜ້ອຍໆ ມັນຈະຊ່ວຍໃຫ້ສະພາບຮ່າງກາຍເຮົາເເຂງເເຮງຂຶ້ນຈາກພາຍໃນສູ່ພາຍນອກ.

Related Posts

Leave a Reply

Your email address will not be published. Required fields are marked *