ຂ່າວທົ່ວໄປ

ຊົມເຊີຍ ຄົນຈິງ! ແມ່ຄ້າຜູ້ງາມ ບໍລິຈາກໜ້າກາກອະນາໄມຫຼາຍກວ່າ 10,000 ກ່ອງ

“ເພາະເຮົາຄືຄົນລາວນຳກັນ ຕ້ອງຊ່ວຍເຫຼືອກັນ” ຊົມເຊີຍ ຄົນຈິງ! ແມ່ຄ້າຜູ້ງາມ ບໍລິຈາກໜ້າກາກອະນາໄມຫຼາຍກວ່າ 10,000 ກ່ອງ

ໃຈບຸນອີຫຼີ ສຳລັບແມ່ຄ້າຄົນນີ້ ແນ່ນອນວ່າວົງການນັກຊັອບປິ້ງອອນລາຍ ຄົງຮູ້ຈັກດີ ເພາະຜູ້ທີ່ມ່ວນກ່າວເຖິງຢູ່ຄື “ຕ້າ ຂາຍຖືກ” ຫຼື ນາງ ດາຫລິວ ມູນນິວົງ.

ຫຼ້າສຸດສາວຕ້າ ພ້ອມທີມງານ 🙏🏼ກຽມແຈກຢາຍໜ້າກາກອະນາໄມ ຫຼາຍກວ່າ 10,000 ກ່ອງ ໃຫ້ໜ່ວຍງານຫຼາຍພາກສ່ວນ ແລະ ລູກຄ້າ, ໂດຍສາວຕ້າໄດ້ໂພສຜ່ານເພຈຫຼັກວ່າ:

“ຂໍແບ່ງເບົາໃຫ້ທຸກຄົນໃຫ້ໃຜທີ່ຂາດເຂີນ ຫລື ຫນ່ວຍງານໃດຕ້ອງການຜ້າປິດປາກ ທາງເຮົາແຈກຟຣີຈະແບ່ງເປັນ 2 ສ່ວນຄື:

ສ່ວນທີ 1 ຈະແຈກລູກຄ້າທີ່ຊື້ສິນຄ້າຈາກທາງຮ້ານ

ສ່ວນທີ 2 ຈະແຈກຫນ່ວຍງານຕ່າງໃຫ້ຖືກຕ້ອງຕາມລະບຽບ

ລວມທັງຫມົດ 300 ແກັດຈະກະຈາຍພາຍໃນ 3 ມື້ເວົ້າໄດ້ວ່າຈຳນວນ 7500 ກ່ອງແຈກລູກຄ້າ

ສ່ວນ 6000 ກ່ອງແຈກຢາຍໄປຊ່ວຍຄົນທີ່ຕ້ອງການ ແລະ ສ່ວນໜຶ່ງ ຈະໄປໃຫ້ແພດຫມໍແລະຫນ່ວຍງານທີ່ຂາດເຂີນ ແລະ ຍັງຕ້ອງການ”

ສຳລັບໜ່ວຍງານໃດທີ່ຂາດເຂີນ ແລະ ຕ້ອງການໜ້າກາກອະນາໄມ ຕິດຕໍ່ໄດ້ໃນເພຈ ຂາຍໂສ້ງລາຄາສົ່ງຖືກ. ສຳລັບສາວຕ້າ ມີອາຊີບເປັນແມ່ຄ້າອອນລາຍເປັນອາຊີບຫລັກ. ແຕ່ກ່ອນກໍເປັນເດັກນ້ອຍທໍາມະດາ ມາຮອດຈຸດນີ້ໄດ້ຍ້ອນຄວາມພະຍາມຍາມ ແລະ ມັກໃນເສັ້ນທາງອາຊີບນີ້, ໃນເມື່ອຕ້າປະສົບຜົນສຳເລັດແລ້ວ ກໍຢາກສົ່ງຕໍ່ ແລະ ແບ່ງປັນນໍ້າໃຈໃຫ້ຄົນທີ່ຂາດເຂີນເຖິງມື ແລະ ໄດ້ໃຊ້ແທ້ ດ້ວຍໃຈກຸສົນທີ່ຕັ້ງໃຈໄວ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button