ອ່ານໃຫ້ຈົບ!.. ຄູບາຊີ້ແຈງ ເລືອງບຸນບັ້ງໄຟບ້ານໂພນສີມນັ້ນ,ສະຫວັນນະເຂດ

ອົດສາອ່ານໃຫ້ຈົບດວ້ຍເທີນ ແຊຕໍບອກກັນແນ່ເດີ ເລືອງບຸນບັ້ງໄຟບ້ານໂພນສີມນັ້ນ ໃນນາມອັດຕະມາ ເປັນປະທານເຂດໂພນສີມ ບໍ່ເຄີຍອະນຸຍາດໃຫ້ເຮັດ ແລະຍາທານເອງກໍ່ເຄິຍຢູ່ເປັນເຈົ້າອາວາດຢູ່ ບ້ານໂພນສີມມາ15ປີ ແຕ່ຕອນນີບໍ່ໄດ້ຢູ່ແລ້ວຍ້າຍ ໄປຢຸ່ວັດບ້ານສົ້ງໃຊໄດ້ 5 ປີນີ້ແລ້ວ

ເນືອງຈາກຍາທ່ານຍາຄູຮ ແລະຍາດໂຍມຕຳນີຕີຕຽນຫລາຍພໍສົມຄວນ ວ່າໃຫ້ອອກມາຮັບຜີດຊອບ ອັດຕະມາໄດ້ຍີນແລ້ວ ກໍ່ບໍສະບາຍໃຈ ເພາະຍາບໍເຄີຍອະນູຍາດໃຫ້ດຂົ້າເຮັດ ຈິງຢາກອອກມາບອກ ເຫົລາຄວາມຈີງ ສູ່ຟັງ ນີ້ບໍ່ແມ່ນ ເວ້າເອົາດິໃສໂຕ ເອົາຂີ້ຮ້າຍໃສ່ຜູ້ອື່ນເດີ ເວ້າຄວາມຈີງເປັນສີງບໍຕາຍ ຈະເວ້າໃຫ້ຫລາຍໆທ່ານຮູ້ ວ່າເລື່ອງບຸນບັ້ງໄຟບ້ານໂພນສີມນັ້ນ ແມ່ນບໍ່ກງວ ກັບຍາທ່ານແຕ່ຢ່າງໃດ ຍາທ່ານເຈົ້າແຂວງ ເຈົ້າເມຶອງ ເຈົ້າຂະນະເຂດ ບໍ່ໄດ້ອະນຸຍາດ ເຂົາເຈົ້າໃຫ້ເຮັດຂັ້ນເທີງກະບໍ່ໄດ້ອະນຸຍາດໃຫ້ເຮັດເດີ ນີ້ແມ່ນ ໄທບ້ານເຮັດເອງເດີ ຢາກແລະບໍໄດ້ເຮັດຫາເງີນອີກ ເນືອງຈາກວ່າຊ້າວບ້ານຍັງມີຄວາມເຊື່ອ ແບບງົມງວຍກະວ່າແມ່ນ ຖືຜີຫລາຍກວ່າພຮະສົງພຮະເວ້າຫຍັງບໍມີຟັງ ວ່າ ຜີຫລັກບ້ານເປັນໃຫຍ່ ເພີນໃຫ້ເຮັດ ສີສ້າງຫຍັງທຳຫຍັງຄືກັນໃນວັດນະ ຕອ້ງໃຫ້ເພິນອະນຸຍາດກອ່ນ ຕັງໄດ້ສ້າງ ຊາວບ້ານຕາມເພີນ ຊາວບ້ານກະໄດ້ເຮັດຕາມເພີນ່ ເຂົ້າຍ້ານເພີນຮ້າຍ ປະຊາຊົນຍ້ານບໍຢຸດີມີແຮງ

ນີ້ຄືຄວາມເຊືອ່ຊາວບ້ານຖືບັນພະບູຫລຸດ ມາແຕ່ເຫີງນານ ອັດຕະມາບອກແລ້ວ ເຕືອນແລ້ວ ວ່າເພີນບໍໃຫ້ເຮັດງານຫັຍງ ແລະບອກ ວ່າທັງໂລກເຂົ້າຍ້ານໂລກໂຄວີດ19 ເຈົ້າຊີມາຍ້ານຍາພໍຫລັກບ້ານນີ້ບໍ ແຕ່ກໍຫ້າມ ບໍ່ໄດ້ວ່າບໍຟັງ ແລ້ວຈັກຊີວ່າແນວໃດອັດຕະມາກະດີ ເພີ່ນວ່າຮີດຄອງມາຮອດແລ້ວ ປີກາຍນີ້ກະຢຸດແລ້ວ ບໍໄດ້ເຮັດ ປີນີ້ແນວໃດກະຊີເຮັດ ກະເລີຍບອກເຂົາໄປ ວ່າສຸດແລ້ວແຕ່ຊຸມເຈົ້າເດີ ເປັນຫຍັງມາ ບໍຮັບພິດຊອບນຳເດີ ທາງພັກລັດເພີນຫ້າມບໍ່ໃຫ້ມີງານມວ່ນຊື່ນ ເຂົ້າວ່າຊີເຮັດແຕ່ສະເພາະຄົນໃນບ້ານ ຊີຄັກຫົນທາງ ບໍ່ໃຫ້ຄົນບ້ານອືນ່ມາຮວ່ມ

ຮອດມື້ບຸນ ເຂົາກະກັກທາງແທ້ ບໍໃຫ້ຄົນບ້ນອື່ນມາຮວ່ມ ຫລີນບຸນນຳແທ້ ຈັງໃດກໍ່ຕາມ ອະຕະມາເວ້າຫຍັງໄປຜີດໃຈຄົນໂພນສີມກໍ່ດີ ຂໍໂທດຂໍອະໄຟ ນຳຫລາຍໆ ເພາະວງກນີ້ ມັນກງວກັບອັດຕະມາ ແລະຂໍໂທດຕໍ່ຊາວລາວເຮົາທົ່ວປະເທດຫລາຍ ຫລາຍເດີ ມັນເກີດຂື້ນແລ້ວ ເປັນໄປແລ້ວ ຂໍຍອມພີດທັງໝົດເດີ ແມ່ນ ຊີຕີຊົມ

ກະຊິຮັບເອົາໝົດ ທຸກຄຳຕີຊົມ ຂອງທານ ຂໍຍອມຮັບວ່າຜິດ ເຖີງຍາທ່ານຊີບອກ ວ່າບ່ໄດ້ອະນຸຍາດໃຫ້ເຂົ້າເຮັດ ກະຄືຊີບໍເຊືອຍາທ່ານດອກ ຂອບໃຈ ທີ່ອົດສາອ່ານໃຫ້ຈົບ ສຸດທາຍນີ້ອັດຕະມາ ຂໍອ່ວຍພອນໃຊໃຫ້ທ່ານຜູ້ອ່ານ ຈົງມີແຕ່ຄວາມສຸກ ຄວາມຈະເລີນ ປັດສະຈາກໂລກໂຄວິດ19 ຂໍບຸນຮັກສາ ເທວະດາຄຸ້ມຄອງທ່ານແລະຄອບຄົວດ້ວຍເທີນ ສາທຸ ຈະເລີນພອນ
ທີ່ມາ:

