ຄົນລາວບໍ່ຖິ້ມກັນ ສາມແມ່ລູກ ຮັບການຊ່ວຍເຫລືອ ຍິ້ມທັງນ້ຳຕາ

ເຫັນພາບ ແລ້ວນ້ຳຕາໄຫຼ ເປັນພາບແຫ່ງ ຄວາມປະທັບໃຈ ທີ່ເຫັນນ້ຳໃຈ ຄົນລາວເຮົາ ໃນຍາມລຳບາກ ບໍ່ເຄີຍຖິ້ມກັນ

ນີ້ແມ່ນ ຫນຶ່ງ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ເຮັດໃຫ້ຫລາຍ ຊີວິດຕ້ອງລຳບາກແຕ່ຫນຶ່ງຄວາມປະທັບໃຈ ທີ່ສາມແມ່ ລູກໄດ້ຮັບຄວາມຊ່ວຍເຫລືອ ຈາກຜູ່ໃຈບຸນ ນຳ ອາຫານ ເງິນ ໄຂ່ ມີ່ ແລະນ້ຳໄປໃຫ້ເຖິງຫ້ອງພັກ ເນື່ອງຈາກ ສະຖານະການ ຕອນນີ້ ເກີດການ ລັອກດາວ ຫ້າມອອກຈາກບ້ານ

ໃນສື່ອອນລາຍເອງ ຜູ່ທີ່ໄດ້ບໍລິຈາກຮ່ວມກັບເພື່ອນ ຂຽນຂໍ້ຄວາມໃວ້ດັ່ງນີ້.
ເຫັນກະຈົນໃຫ້ນຳ 😥ມາໃຫ້ລະເດີ້ຕາງຫນ້າມາມອບເງີນໃຫ້3ແມ່ລູກ ຂອບໃຈເຈ້ Viyada Sisouk Weovimone Sengdala❤️ດີໃຈແທ່ນຜູ້ໄດ້(ຍັງມີຫລາຍຄົນສົ່ງມາຫາຢາກຮ່ວມສົມທົບທືນແມ່ນໃຫ້ຕິດຕໍ່Tor Piget Sulinthonຜູ້ນຳພາທິມສະພານບຸນຂອງພວກເຮົາ(ຍັງມີອີກຫລາຍທີ່ຖ້າຄວາມຊວ່ຍເຫຼືອ)

ເຫັນພາບ ແມ່ ອູ້ມລູກນ້ຳຕາ ປົນຮອຍຍິ້ມ ຢືນຂອບໃຈ ແລະປາບປື້ມໃຈ ທີ່ໄດ້ຮັບຄວາມຊ່ວຍເຫລືອ.
ຕ້ອງຂອບໃຈ ກັບຄວາມຊ່ວຍເຫລືອ ທີ່ສົ່ງຕໍ່ໄປຍັງຜູ້ທີ່ມີຜົນກະທົບ ທີ່ຕ້ອງຢຸດງານ ວ່າງ ງານ ຂາດລາຍໄດ້ ແລະຊີວິດຕົກອັບ

ແຕ່ເຫັນນ້ຳໃຈ ຄົນລາວໃນຕອນນີ້ ຄື ຄວາມມີນ້ຳໃຈຂອງທຸກຄົນແລະ ໄດ້ຊ່ວຍເຫຼືອຜູ້ນີ້ນຳອີກ
