ຂ່າວທົ່ວໄປ

ມາຮອດແລ້ວ! ທີມແພດ ແລະ​ ອຸປະກອນການແພດ​ ຈາກການຊ່ວຍເຫຼືອຂອງ ສປ​ ຈີນ

ມາຮອດແລ້ວ! ທີມແພດ ແລະ ອຸປະກອນການແພດ ຈາກການຊ່ວຍເຫຼືອຂອງ ສປ ຈີນ. ເພື່ອຕອບໂຕ້ ແລະ ຕ້ານພະຍາດໂຄວິດ

ແຂວງ​ຢູນ​ນານ ສ​ປ ຈີນ​ບໍ​ລິ​ຈາກ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ ສ​ປ​ປ ລາວ ວັນ​ທີ 1-2 ພຶດ​ສະ​ພາ​ນີ້, ​ຜ້າ​ປິດ​ປາກ​ການ​ແພດ​ຈຳ​ນວນ 1 ລ້ານ​ອັນ​ທີ່ອົງ​ການ​ປົກ​ຄອງ​ແຂວງ​ຢູນ​ນານຈີນມອບ​ໃຫ້ ສ​ປ​ປ ລາວ ໄດ້​ຖືກ​ສົ່ງ​ໄປ​ຮອດ​ແຂວງ​ຫລວງ​ພະ​ບາງ ແລະ​ນະ​ຄອນ​ຫລວງວຽງ​ຈັນ.

ຫວ່າງມໍ່ໆມານີ້ນີ້, ຜູ້ຕິດໄວຣັດພະຍາດໂຄວິດ-19ຢູ່ລາວໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ໃນນັ້ນ, ສາມແຂວງທີ່ມີຊາຍແດນຕິດກັບແຂວງຢວນນານປະເທດຈີນ,ຄື: ແຂວງຫລວງນ້ຳທາ, ອຸດົມໄຊ ແລະຜົ້ງສະລີ, ພ້ອມດ້ວຍແຂວງຫລວງພະບາງລ້ວນແຕ່ມີຜູ້ຕິດໄວຣັດເພີ່ມຂຶ້ນ.

ຫ້ອງການພົວພັນຕ່າງປະເທດຂອງແຂວງຢູນນານໄດ້ເອົາໃຈໃສ່ຢ່າງສູງຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ລາວ, ທັງໄດ້ມີຂໍ້ຕົກລົງທີ່ບໍລິຈາກອຸປະກອນການແພດຢ່າງຮີບດ່ວນ. ໃນຜ້າປິດປາກທີ່ໃຊ້ໃນດ້ານການແພດຈຳນວນ 1 ລ້ານອັນທີ່ບໍລິຈາກໃນຄັ້ງນີ້, 6 ແສນອັນຖືກສົ່ງໄປນະຄອນຫລວງວຽງຈັນໂດຍກົງ, ອີກ4ແສນອັນໄດ້ຖືກແຍກກັນສົ່ງໄປແຂວງຫລວງນ້ຳທາ, ອຸດົມໄຊ, ຜົ້ງສະລີ ແລະຫລວງພະບາງ.

ສະຖານທູດຈີນປະຈຳ​ປະ​ຈຳ ສ​ປ​ປ ລາວ ແລະ​ສະ​ຖານກົງ​ສຸນ​ໃຫຍ່​ຈີນ​ປະ​ຈຳ​ຫລວງ​ພະ​ບາງ​ໄດ້​ຕາງ​ໜ້າ​ແຂວງ​ຢູນ​ນານມອບ​​ອຸ​ປະ​ກອນ​ການ​ແພດ​ຊຸດ​ນີ້ໃຫ້​ແກ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ແລະ​ອຳ​ນາດ​ການ​ປົກ​ຄອງ​ແຂວງ​ທີ່​ກ່ຽວ​ຂ້ອງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button