ຂ່າວທົ່ວໄປ
ນະຄອນປາກເຊ ອາດຫ້າມທຸກຄົນອອກຈາກເຮືອນຂອງຕົນເດັດຂາດ ເປັນເວລາ 10 ວັນ ເພື່ອຄວບຄຸມ ໂ ຄ ວິ ດ

ວັນທີ 4 ພຶດສະພາເຈົ້ານະຄອນປາກເຊ ໄດ້ເຮັດໜັງສືສະເໜີທ່ານເຈົ້າແຂວງ ແລະ ຄະນະກຳມະການທີ່ກ່ຽວຂ້ອງພິຈາລະນາມາດຕະການທີ່ເດັດຂາດເຂັ້ມງວດຂຶ້ນຕື່ມອີກເນື່ອງການລະບາດຂອງພະຍາດ COVID-19

ກຳລັງລະບາດເປັນວົງກວ້າງຄື: ສະເໜີຂໍພິຈາລະນາຫ້າມພະນັກງານ.ທະຫານ, ຕຳຫລວດ, ກຳມະກອນ ແລະພໍ່ແມ່ປະຊາຊົນຫ້າມອອກຈາກທີ່ພັກຂອງຕົນຢ່າງເດັດຂາດ

ເນື່ອງຈາກວ່າ: ປະຕິບັດມາດຕະການເຂັ້ມງວດຢູ່ກໍຍັງມີການສັນຈອນໄປມາ ຕາມທ້ອງຖະໜົນຫລາຍສ່ຽງຕໍ່ການແຜ່ລະບາດຂອງເຊື້ອພະຍາດກວມເອົາ ຈຳນວນ 27ບ້ານ ໃນ42ບ້ານປະຈຸບັນກວມເອົາ 64%ຂອງບ້ານທັງໝົດໃນນະຄອນປາກເຊ.

