ແຂວງບໍ່ແກ້ວ ຖືວ່າເລີ່ມໜັກໜ່ວງ ເປັນແຂວງທີ່ມີຕົວເລກຜູ້ຕິດເຊື້ອຫຼາຍ ເປັນລຳດັບທີ 3 ໃນປະເທດລາວ ແລະ ປະຈຸບັນ ຈຳນວນຜູ້ປ່ວຍຕິດເຊື້ອກໍ່ນັບມື້ເພີ່ມຂຶ້ນຫຼາຍຈົນລົ້ນໂຮງໝໍແລ້ວ.

ໃນວັນທີ 4 ພຶດສະພາ 2021ນີ້, ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ຫົວໜ້າຄະນະສະເພາະກິດ ຂັ້ນແຂວງ ພ້ອມຄະນະລົງກວດກາ ຄວາມພ້ອມຮອບດ້ານໃນການຂະຫຍາຍສະຖານທີປິ່ນປົວໃນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍ, ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອກຽມເປັນໂຮງໝໍພາກສະໜາມ ແລະ ເປັນບ່ອນກັກກັນຜູ້ຕິດເຊື້ອໃນເມືອໂຮງໝໍບໍ່ພຽງພໍ.

ທ່ານ ດຣ. ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ຫົວໜ້າຄະນະສະເພາະກິດ ກ່າວວ່າ:ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ຮ້າຍແຮງ ມາຮອດວັນທີ 4 ພຶດສະພາ 2021 ບໍ່ແກ້ວມີຜູ້ຕິດເຊື້ອເຖິ່ງ 117 ຄົນແລ້ວ ໃນນັ້ນ ເມືອງຕົ້ນເຜິ້ງ 89ຄົນ,ເມືອງຫ້ວຍຊາຍ 27 ຄົນ ເມືອງປາກທາ 01ຄົນ.ສວນເມືອງຜາອຸດົມ ແລະ ເມື່ອງເມິງບໍ່ພົບ.

ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ ຮອງຮັບຜູ້ຕິດເຊື້ອໂຄວິດ-19ໃນກໍ່ລະນີລົ້ນ ໂຮງໝໍ. ເບື່ອງຕົ້ນກະກ່ຽມມີຕຽງ 83 ຕຽງ ປະຈຸບັນແມ່ນຄະນະຮັບຜິດຊອບແມ່ນກະກ່ຽມບຸກຄະລະກອນ,ອຸປະກອນການແພດ.ອຸປະກອນຮັບໃຊ້ ສ້າງຫ້ອງນໍ້າຍິງ-ຊາຍ ແບ່ງການໂຊນການປິນປົ່ວຍິງ-ຊາຍ.
