ໃນວັນທີ 4 ພຶດສະພາ ປີ 2021 ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ໃນວັນທີ 3 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1.463 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 60 ຄົນ, ໃນນັ້ນຢູ່: ນະຄອນຫຼວງ 8 ຄົນ, ຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສະຫວັນນະເຂດ 1 ຄົນ ແລະ ວຽງຈັນ 1 ຄົນ.

ເຮັດໃຫ້ປະຈຸບັນມີ ລາຍງານຜູ້ຕິດເຊື້ອສະສົມທັງໝົດຢູ່ທີ່ 1. 026 ຄົນ, ຍັງບໍ່ມີຜູ້ເສຍຊີວີດ ແລະ ອອກໂຮງໝໍແລ້ວ 60 ຄົນ. ສຳລັບຜູ້ຕິດເຊື້ອ ທີ່ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນຕ່ລະແຂວງ ຈຳນວນ 966 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 606 ຄົນ (ໃໝ່ 8); ແຂວງຈຳປາສັກ 151 ຄົນ (ໃໝ່ 30), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ ປິ່ນປົວຢູ່ແຂວງຈຳປາສັກ.

ສຳລັບແຂວງບໍ່ແກ້ວ 118 ຄົນ (ໃໝ່ 20); ແຂວງສະຫວັນນະເຂດ 32 ຄົນ (ໃໝ່ 1); ແຂວງຫຼວງພະບາງ 13 ຄົນ; ແຂວງວຽງຈັນ 14 ຄົນ (ໃໝ່ 1); ແຂວງສາລະວັນ 7 ຄົນ; ແຂວງຫຼວງນ້ຳທາ 6 ຄົນ; ແຂວງອຸດົມໄຊ 8 ຄົນ; ແຂວງຜົ້ງສາລີ 3 ຄົນ;ແຂວງໄຊຍະບູລີ 3 ຄົນ; ແຂວງບໍລິຄຳໄຊ 3 ຄົນ; ແຂວງຄຳມ່ວນ 1 ຄົນ; ແຂວງຊຽງຂວາງ 1 ຄົນ.

ຕາມການຄາດການຂອງຊ່ຽວຊານຝ່າຍລາວ ແລະ ອົງການອະນາໄມໂລກ ຄາດຄະເນເບື້ອງຕົ້ນວ່າ ຢູ່ນະຄອນຫຼວງວຽງຈັນ ຈະມີຜູ້ຕິດເຊື້ອພະຍາດດັ່ງກ່າວ ສູງເຖິງ 2.000 ຄົນ ແລະ ຍັງຈະມີອັດຕາການເພີ່ມຂອງຜູ້ຕິດເຊື້ອຂື້ນອີກໃນແຕ່ລະແຂວງ.
