ຂ່າວທົ່ວໄປ
ດ່ວນ…!!! ນະຄອນ ປາກເຊ ອາດລັອກດາວແບບເຂັ້ມງວດທີ່ສຸດ ອີກ 10 ວັນ

ນະຄອນ ປາກເຊ ອາດລັອກດາວແບບເຂັ້ມງວດທີ່ສຸດ ອີກ 10 ວັນ

ນະຄອນປາກເຊ ສະເໜີຂໍພິຈາລະນາຫ້າມພະນັກງານ,ທະຫານ, ຕຳຫລວດ, ກຳມະກອນ ແລະ ພໍ່ແມ່ປະຊາຊົນຫ້າມອອກຈາກທີ່ພັກຂອງຕົນຢ່າງເດັດຂາດ

ເນື່ອງຈາກວ່າ: ປະຕິບັດມາດຕະການເຂັ້ມງວດຢູ່ກໍຍັງມີການສັນຈອນໄປມາ ຕາມທ້ອງຖະໜົນຫລາຍສ່ຽງຕໍ່ການແຜ່ລະບາດຂອງເຊື້ອພະຍາດກວມເອົາ ຈຳນວນ 27 ບ້ານ ໃນ 42 ບ້ານ ປະຈຸບັນກວມເອົາ 64% ຂອງບ້ານທັງໝົດໃນນະຄອນປາກເຊ.
