ຂ່າວທົ່ວໄປ
ພາຍຸ ຖະຫຼົ່ມ ບ້ານນາດູ່ ເມືອງລະຄອນເພັງ ເຮືອນພັກພະນັກງານເປີດເປັນແຖວ

ຕອນກາງຄືນຂອງວັນທີ 4-5 ພຶດສະພາ 2021 ເກີດມີພາຍຸລະດູຮ້ອນພັດເຂົ້າເຂດບ້ານນາດູ່ ເມືອງລະຄອນເພັງ ແຂວງສາລະວັນ,

ເຮັດໃຫ້ເຮືອນພັກຂອງພະນັກງານ ໂຮງງານຖ່ານແຫ່ງໜຶ່ງ ເປີດ ແລະ ພັງລົງ ຈົນໄດ້ຮັບຄວາມເສຍຫາຍໜັກ, ເສົາໄຟຟ້າຫັກ.

ເຫດຄັ້ງນີ້ກໍ່ພາໃຫ້ມີຜູ້ໄດ້ຮັບບາດເຈັບ 2 ຄົນຈາກໄຟຟ້າຊັອດ, ສັງກະສີເປີດ, ຝາເຮືອນປິວ ແລະ ເຄື່ອງໃຊ້ຂອງສອຍແມ່ນເສຍຫາຍໜັກ.

ຂ່າວເສດຖະກິດ-ການຄ້າ ແຫຼ່ງຄວາມຮູ້ສູ່ສັງຄົມ