ເປັນຫຍັງແຂວງບໍ່ແກ້ວ ຈຶ່ງເປັນແຂວງທີ່ມີຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ.

ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮຸ້ວ່າ: ສ່ວນຫຼາຍຜູ້ຕິດເຊື້ອແມ່ນຢູ່ເມືອງຕົ້ນເຜິ້ງ ຍ້ອນວ່າເມືອງດັ່ງກ່າວເປັນທີ່ຕັ້ງຂອງເຂດເສດຖະກິດສະເພາະສາມຫຼ່ຽມຄໍາ ແລະ ເປັນເມືອງຊາຍແດນລະຫວ່າງ 4 ປະເທດ: ລາວ, ໄທ, ຈີນ, ມຽນມາ ຈື່ງເຮັດໃຫ້ມີຜູ້ຄົນຫຼາຍຫຼາຍເຂົ້າ-ອອກ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນສູງຢູ່ຕະຫຼອດ.

ດັ່ງນັ້ນ, ອໍານາດການປົກຄອງເມືອງ ຕົ້ນເຜິ້ງ ໄດ້ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ໂດຍ ການປິດຕະຫຼາດເທດສະບານເມືອງ ແລະຕະຫຼາດແລງບ້ານໃຫຍ່, ພ້ອມມາດຕະການຫ້າມເດີນເຮືອທຸກປະເພດພາຍໃນເມືອງ ເພື່ອຫຼີກລ້ຽງການລັກລອບເຂົ້າປະເທດແບບຜິດກົດໝາຍຂອງແຮງງານລາວຢູ່ຕ່າງປະເທດ ທີ່ອາດຈະເປັນສາເຫດໃນການນໍາເຊື້ອເຂົ້າມາ.

ອ່ານເພີ່ມເຕີມ:ມັກອ່ານ.
#ຢ່າລືມກົດ Like 👍 ຫຼື Follow ⭐ ເຮົາແດ່🇱🇦
#Suport.
ທີ່ມາ:
