ການນຳເມືອງປາກກະດິງ ມອບເງິນ​ 5​ ລ້ານ​ ໃຫ້ຄອບຄົວ​ຖືກຊ້າງປ່າທຳຮ້າຍ

ການນຳເມືອງປາກກະດິງ ມອບເງິນ​ 5​ ລ້ານ​ ໃຫ້ຄອບຄົວ​ຖືກຊ້າງປ່າທຳຮ້າຍ.

ໃນຕອນເຊົ້າວັນທີ 5 ພຶດສະພາ 2021​ ການນຳເມືອງປາກກະດິງ ແລະ ການນຳພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະໄດ້ລົງມອບເງີນສົດ ຈຳນວນ 5.000.000 ກີບ ໃຫ້ຄອບຄົວທ້າວ ເຢັ້ງວື່, ຢູ່ບ້ານທົ່ງນາມີ ທີ່ຖືກເຄາະຮ້າຍ ຊ້າງປ່າທຳຮ້າຍ ໃນວັນທີ 30 ເມສາ 2021 ເຖິງຂັ້ນມີຜູ້ເສຍຊີວິດ 2 ຄົນ, ໄດ້ຮັບບາດເຈັບ ສາຫັດ 3 ຄົນ ແລະ ບາດເຈັບເລັກໜ້ອຍ 1 ຄົນ.

ເພື່ອອານຸໂມທະນາກິນທານ ແລະ ຊ່ວຍປິ່ນປົວຜູ້ໄດ້ຮັບເຄາະຮ້າຍໃນຄັ້ງນີ້. ຕາງໜ້າການນຳເມືອງປາກກະດິງກ່າວມອບໂດຍ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ຕາງໜ້າການນຳພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ກ່າວມອບໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ແລະ ຍາດພີ່ນ້ອງຂອງຜູ້ຖືກເຄາະຮ້າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ​ ເນັງທ່າວຢ່າງ ນາຍບ້ານທົ່ງນາມີໄດ້ເລົ່າສູ່ຟັງຕາມຂໍ້ມູນທີ່ທາງຄອບຄົວຜູ້ຖືກເຄາະຮ້າຍໃຫ້ຮູ້ວ່າ: ໃນຄືນທີ່ເກີດເຫດນັ້ນແມ່ນເວລາປະມານ 10 ໂມງກາງຄືນຂອງວັນທີ 30 ເມສາ 2021 ຄອບຄົວຜູ້ຖືກເຄາະຮ້າຍ 9 ຄົນໄດ້ນອນຢູ່ຕູບສວນມັນຕົ້ນ​ (ເພື່ອເຮັດການຜະລິດປູກມັນຕົ້ນ) ໃກ້ກັບເຂດປ່າສະຫງວນພູງູ, ໃນເວລາທີ່ທຸກຄົນນອນຫຼັບຢູ່ນັ້ນກໍ່ໄດ້ມີຊ້າງປ່າ 2 ໂຕ​ ເຂົ້າມາທຳຮ້າຍໂດຍບໍ່ຮູ້ສຶກຕົວ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ໄດ້ຮັບບາດເຈັບ ສາຫັດ 3 ຄົນ ແລະ ບາດເຈັບເລັກໜ້ອຍ 1 ຄົນ, ສ່ວນ 3 ຄົນແມ່ນປອດໄພ ແລະ ສຸດທ້າຍກໍ່ຕ້ອງຂໍສະແດງຄວາມເສຍໃຈນຳຄອບຄົວທີ່ຖືກຊ້າງປ່າທຳຮ້າຍໃນຄັ້ງນີ້ດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *