ໜັກໜ່ວງ!! ຜູ້ຕິດເຊື້ອ ໂ ຄ ວິ ດ – 19 ອິນເດຍ ສູງທະລຸເກີນ 20 ລ້ານຄົນ ສະຖານະການໜັກເກີນການຄວບຄຸມ

ສະຖານະການການແຜ່ລະບາດຂອງເຊື້ອພະຍາດ ໂ ຄ ວິ ດ – 19 ທົ່ວໂລກຍັງມີອັດຕາການເພີ່ມຂື້ນທີ່ສູງ ໂດຍສະເພາະປະເທດອິນເດຍ ທີ່ມີການແຜ່ລະບາດຂອງເຊື້ອໂຄວິດສາຍພັນໃໝ່ (ສາຍພັນອິນເດຍ) ທີ່ມີຄວາມອັນຕະລາຍຮ້າຍແຮງກວ່າໂຄວິດທົ່ວໄປ ເຊິ່ງມັນມີຄວາມສາມາດທີ່ແຜ່ເຊື້ອໄດ້ໄວກວ່າປົກກະຕິ ເຮັດໃຫ້ປະເທດອິນເດຍ ມີຜູ້ຕິດເຊື້ອເພີ່ມຂື້ນຫຼາຍເປັນອັນດັບຕົ້ນໆຂອງໂລກ ໂດຍມີຜູ້ຕິດເຊື້ອທັງໝົດ 20,282,833 ຄົນ ພາຍຫຼັງທີ່ກວດພົບຜູ້ຕິດເຊື້ອ 357,229 ຄົນ ໃນຊ່ວງ 24 ຊົ່ວໂມງທີ່ຜ່ານມາ ແລະ ຍອດຜູ້ເສຍຊີວິດແລ້ວ 222,408 ຄົນ.


ຂໍ້ມູນລ່າສຸດຈາກສະພາວິໄຈທາງການແພດແຫ່ງອິນເດຍ (ICMR) ລະບຸວ່າ ອິນເດຍດຳເນີນການກວດຫາເຊື້ອໂຄວິດ-19 ທົ່ວປະເທດລວມຢູ່ທີ່ 293,310,779 ຄັ້ງ. ເຊິ່ງເມື່ອວັນຈັນທີ່ຜ່ານມາມີການກວດເຊື້ອສູງເຖິງ 1,663,742 ຄັ້ງ.


ອິນເດຍເລີ່ມແຜນການສັກວັກແຊັງປ້ອງກັນໂຄວິດ-19 ລະຍະທີ່ 3 ທົ່ວປະເທດຕັ້ງແຕ່ເມື່ອວັນທີ່ 1 ພຶດສະພາ ທີ່ຜ່ານມາ ໂດຍປະຈຸບັນອິນເດຍສັກວັກແຊັງໃນກັບປະຊາຊົນແລ້ວຫຼາຍກວ່າ 158 ລ້ານໂດສ ນັບຕັ້ງແຕ່ເລີ່ມແຜນສັກວັກແຊັງເມື່ອເດືອນມັງກອນທີ່ຜ່ານມາ.
