ຂ່າວທົ່ວໄປ
ສຸດທ້າຍກໍມີແຜນຊ່ວຍເຫຼືອ ຄົນທຸກຍາກທີ່ກະທົບຈາກໂຄ ວິ ດ

ແຈ້ງການຂອງ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ນະຄອນຫຼວງ
#ເລື່ອງ ການເກັບຂໍ້ມູນແຮງງານນອກລະບົບປະກັນສັງຄົມ ແລະ ປະຊາຊົນທີ່ທຸກຍາກ ເນື່ອງຈາກໄດ້ຮັບຜົນກະທົບ ໂຄວິດ-19.

– ຜູ້ທີ່ທຸກຍາກໄດ້ຮັບຜົນກະທົບຈາກການລະບາດໂຄວິດ-19 ໃຫ້ໄປລາຍງານນຳອຳນາດການປົກຄອງບ້ານ.
– ກ່ອນໄປລາຍງານ ສິ່ງທີ່ຕ້ອງມີຕິດຕົວ ບັດປະຈຳຕົວ ຫຼື ສຳມະໂນຄົວ ເບີໂທລະສັບທີ່ຕິດຕໍ່ໄດ້ ເພື່ອເປັນຖານຂໍ້ມູນຕົນເອງ
– ຄົນສັນຊາດລາວ (ຄົນຕ່າງແຂວງມີໃບອະນຸຍາດພັກເຊົາ)

– ຄອບຄົວທີ່ບໍ່ແມ່ນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ພະນັກງານບຳນານ ແລະ ຜູ້ທີ່ໄດ້ເຂົ້າລະບົບປະກັນສັງຄົມ.
ທ່ານທີ່ຢູ່ບ້ານໃດໃຫ້ໄປແຈ້ງບ້ານນັ້ນເດີ້