ຊົມເຊີຍ ສາວຕີນ່າ (Tina) ສາວໃຈບຸນອີກຄົນທີ່ລຸກຂື້ນມາເປັນຜູ້ໃຫ້ໃນຍາມວິກິດ ໂ ຄ ວິ ດ

ຊົມເຊີຍ! ສາວຕີນ່າ (Tina) ສາວໃຈບຸນອີກຄົນທີ່ລຸກຂື້ນມາເປັນຜູ້ໃຫ້ໃນຍາມວິກິດໂຄວິດ-19 ໂດຍສາວຕິນ່າ ໄດ້ຮ່ວມກັບໝູ່ເພື່ອນ ແລະ ຍາດມິດນໍາຖົງບັນຈຸອາຫານແຫ້ງທີ່ຈໍາເປັນສໍາລັບການບໍລິໂພກ

ອອກແຈກຢາຍຕາມຈຸດຕ່າງໆໃນຂອບເຂດນະຄອນຫຼວງ ເພື່ອແບ່ງເບົາ ແລະ ລຸດພາລະຂອງຜູ້ຄົນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.

ເລື່ອງລາວດີໆແບບນີ້ຖືໂພສຜ່ານຜູ້ໃຊ້ເຟສບຸກ Tina Vadsana Chanthalangsy ຊື່ງເປັນເຟສສາວນຕົວຂອງສາວໃຈບຸນລາຍນີ້ນັ້ນເອງ. ສໍາລັບສະຖານທີ່ທີ່ໄດ້ນໍາເຄື່ງຂອງ-ອາຫານນໄປແຈກຢາຍປະກອບມີ ຈຸດບ້ານດອນແດງ, ຫ້ອງແຖວ້ຂດ 150ຕຽງ, ຫ້ອງແຖວຄໍາຮຸ່ງ, ສະພັງໝໍ້, ດອນໜຸນ, ໜອງແຕ່ງ, ດົງໂດກ ແລະ ອີກຫຼາຍຈຸດ .

ພິເສດ ສຳລັບຈຸດໃດທີ່ມີຜູ້ຄົນລຳບາກແທ້ແທ້ ຢຳ້ຂໍລຳບາກແທ້ແທ້ ໃຫ້ຝາກສະຖານທີ່ ແລະ ເບີຕິດຕໍ່ ຖ້າມີຮູບພາບແຮງດີ ທາງທີມງານເຮົາຈະໄດ້ລົງໄປຫາ. ສາມາດຕິດຕໍ່ທາງເຟສບຸກຕາມທີ່ລະບຸຂ້າງເທິງເລີຍ.

ຊົມເຊີຍ ແລະ ຂໍເປັນກຳລັງໃຈໃຫ້ສາວຕີນ່າ ພ້ອມດ້ວຍຜູ້ຮ່ວມບໍລິຈາກທຸກທ່ານ.

Related Posts

Leave a Reply

Your email address will not be published. Required fields are marked *