ຍ້ອນເຫດນີ້ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວຈຶ່ງພົບມີຜູ້ຕິດເຊື້ອໂຄວິດ ເພີ່ມຂື້ນຫຼາຍກວ່າເມືອງອື່ນໆ

ຮອດຕອນເຊົ້າວັນທີ 5 ພຶດສະພາ 2021 ນີ້, ແຂວງບໍ່ແກ້ວເປັນແຂວງທີ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເປັນອັນດັບ 3 ຂອງປະເທດລາວ ໂດຍມີຜູ້ຕິດເຊື້ອພະຍາດດັ່ງກ່າວ 99 ຄົນ, ອັນດັບ 1 ແມ່ນນະຄອນຫລວງວຽງຈັນ ໂດຍພົບຜູ້ຕິດເຊື້ອແລ້ວທັງໝົດ 653 ຄົນ ແລະ ອັນດັບ 2 ແມ່ນແຂວງຈໍາປາສັກ ໂດຍມີຜູ້ຕິດເຊື້ອຈໍານວນ 119 ຄົນ ຊຶ່ງພາຍໃນແຂວງບໍ່ແກ້ວສ່ວນ ຫຼາຍແມ່ນພົບຢູ່ເມືອງຕົ້ນເຜິ້ງຍ້ອນວ່າເມືອງດັ່ງກ່າວເປັນທີ່ຕັ້ງຂອງເຂດເສດຖະກິດສະເພາະສາມຫຼ່ຽມຄໍາ ແລະ ເປັນເມືອງຊາຍແດນລະຫວ່າງ 4 ປະເທດ: ລາວ, ໄທ, ຈີນ, ມຽນມາ.

ພາຍຫຼັງທີ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນຢູ່ແຂວງບໍ່ແກ້ວ ໂດຍສະເພາະວັນທີ 4 ພຶດສະພາ 2021 ທີ່ຜ່ານມາພົບຜູ້ຕິດເຊື້ອວັນດຽວເຖິງ 20 ຄົນນັ້ນ, ອໍານາດການປົກຄອງເມືອງ ຕົ້ນເຜິ້ງ ໄດ້ເພິ້ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ກຽມພ້ອມຮອບດ້ານເພື່ອຕ້ານ ພະຍາດໂຄວິດ – 19 ໂດຍໄດ້ປິດຕະຫຼາດເທດສະບານເມືອງ ແລະ ຕະຫຼາດແລງບ້ານໃຫຍ່ ຕົ້ນເຜິ້ງ ເປັນການຊົ່ວຄາວ

ຍ້ອນວ່າຕະຫຼາດກໍ່ເປັນສະຖານທີ່ໜຶ່ງ ທີ່ມີຄົນແອອັດ ແລະ ຍາກໃນການຮັກສາໄລຍະຫ່າງ ເຊິ່ງສ່ຽງຕໍ່ການແຜ່ເຊື້ອ, ນອກນັ້ນຍັງມີມາດຕະການຫ້າມເດີນເຮືອທຸກປະເພດພາຍໃນເມືອງເພື່ອຫຼິກລ້ຽງການລັກລອບເຂົ້າປະເທດແບບຜິດກົດໝາຍຂອງແຮງງານລາວຢູ່ຕ່າງປະເທດ ແລະ ປະຕິບັດມາດຕະການອື່ນໆຕາມຄໍາສັ່ງຂອງນາຍົກລັດຖະມົນຕີ.

ຂ່າວ: ວຽງຈັນທາຍ