ພາກພູມໃຈ “ຂວັນ ແລະ ກຳລັງໃຈຜູ້ປ່ວຍຕິດເຊື້ອ ທີ່ນອນປິ່ນປົວຢູ່ໂຮງໝໍ ເຊີ່ງຜູ້ປ່ວຍອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ

ພາກພູມໃຈ “ຂວັນ ແລະ ກຳລັງໃຈຜູ້ປ່ວຍຕິດເຊື້ອ ທີ່ນອນປິ່ນປົວຢູ່ໂຮງໝໍ ເປັນບູລິມະສິດຕົ້ນຕໍ, ເຊີ່ງຜູ້ປ່ວຍອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ ແມ່ນໄດ້ຮັບກຳລັງໃຈຈາກທີມແພດຊ່ຽວຊານ ສປຈີນ.”

1. ຄະນະຊ່ຽວຊ່ານໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງໂຄວິດ-19, ໂດຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການແຜ່ລະບາດຂອງພະຍາດຮອບໃໝ່ ກໍຄືບັນຫາຕ່າງໆທີ່ສໍາຄັນກັບຂະແໜງສາທາລະນະສຸກກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລາວ,

2. ຈາກນັ້ນ, ຄະນະຊ່ຽວຊ່ານແພດຈີນໄດ້ໄປເຮັດວຽກພາກສະໜາມ ແລະເກັບຂໍ້ມູນຢູ່ສູນວິເຄາະ ແລະລະບາດວິທະຍາ ແລະ ບັນດາໂຮງໝໍປົວພະຍາດໂຄວິດ-19, ໂດຍໄດ້ໃຫ້ຄໍາເຫັນຊີ້ນໍາກ່ຽວກັບບັນຫາທີ່ຄົ້ນພົບໃນການປິ່ນປົວ, ທັງໄດ້ເກັບຂໍ້ມູນ ແລະ ໃຫ້ຄໍາຕອບທີ່ກ່ຽວຂ້ອງກັບຜູ້ຕິດເຊື້ອ,
3. ຄະນະຊ່ຽວຊ່ານການແພດຊຸດນີ້ເປັນຊຸດທີ 02 ທີ່ລັດຖະບານຈີນສົ່ງມາຊ່ວຍເຫຼືອຕ້ານໂຄວິດ-19 ກັບຝ່າຍລາວ, ໃນເດືອນມີນາ-ເມສາ ປີ 2020 ຜ່ານມາ ເຊິ່ງໄດ້ຮັບຄວາມຊົມເຊີຍ ແລະຖືກຕີລາຄາສູງຈາກຝ່າຍລາວຕໍ່ຜົນສໍາເລັດ,
4. ສ່ວນຄະນະຊ່ຽວຊ່ານຊຸດນີ້, ມີສ່ວນໜຶ່ງແມ່ນມາຈາກຊຸດກ່ອນ ເຊິ່ງມີບົດຮຽນປະສົບການໃນການຮ່ວມມືກັບຝ່າຍລາວ ແລະ ເປັນປັດໄຈໜຶ່ງທີ່ອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນ, ເຊິ່ງເຮັດໃຫ້ເຊື່ອໝັ້ນວ່າ ແພດໝໍສອງຝ່າຍຈະສາມາດຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດຮອບໃໝ່ຢ່າງປະສົບຜົນສໍາເລັດຢ່າງແນ່ນອນ.
