ຂ່າວໂຫດຊາຍຄົນນີ້ເອົາສາຍກາບຕະປູໃສ່ ທາງດ່ວນ ເຂດບ້ານບົວ.

ມີລາຍງານວ່າ ຜູ້ຂັບຂີ່ສັນຈອນ ກຳລັງເດີນທາງຂື້ນທາງດ່ວນ ບັນເອີ້້ນຮອດຈຸດເຂດບ້ານບົວ ພໍດີແນມເຫັນເສັ້ນເສືອກຜູກຂວາງທາງ ຈຶ່ງຟ້າວຜ່ອນລົດແຕ່ບໍ່ຫວິດ.

ຈາກນັ້ນກໍໄດ້ຕຳເອົາເສືອກນັ້ນ ປາກົດວ່າແມ່ນສາຍກາບ ໂດຍລັກສະນະບໍ່ແມ່ນການຂວາງທາງຂອງສະເພາະກິດຕ້ານໂຄວິດ ຈຶ່ງໄດ້ອອກໄປສອບຖາມຄົນໃກ້ແຖວນັ້ນ.

ຈຶ່ງພົບຊາຍດັ່ງຮູບອອກມາໂຕ້ຖຽງຢ່າງຟົດເດືອດ ລັກສະນະບໍ່ພໍໃຈຫຍັງບາງຢ່າງ ໄດ້ຍິນບາງຄຳລາວວ່າ ລາວເອົາຕະປູແລະເອົານໍ້າມັນລາດທາງແລະຈູດ.