ຂ່າວຕ່າງປະເທດ

ຍອມໂສດ ແຕ່ບໍ່ຍອມອາຍ! ສາວອິນເດຍຍົກເລີກງານແຕ່ງ ຫຼັງໃຫ້ເຈົ້າບ່າວທ່ອງບັ້ງສູດບັ້ງ 2 ແຕ່ເຈົ້າບ່າວເຮັດບໍ່ໄດ້

ໃຜຈະໄປຄາດຄິດວ່າ ການເລົ່າບັ້ງສູດຈະມີຜົນເຮັດໃຫ້ງານແຕ່ງງານຫຼົ້ມ ເຊິ່ງເຫດການດັ່ງກ່າວເກີດຂຶ້ນແທ້ຢູ່ລັດອຸຕະລະປະເທດ ອິນເດຍ ພາຍຫຼັງເຈົ້າສາວທ່ານໜຶ່ງເຫັນວ່າ ຜູ້ທີ່ຈະມາເປັນເຈົ້າບ່າວຂອງຕົນ ຢ່າງໜ້ອຍຕ້ອງມີຄວາມຮູ້ພື້ນຖານເລັກນ້ອຍ ຈຶ່ງທົດສອບດ້ວຍການໃຫ້ເລົ່າບັ້ງສູດງ່າຍໆ ແຕ່ສຸດທ້າຍເຈົ້າບ່າວບໍ່ສາມາດເລົ່າໄດ້.

ຕາມການລາຍງານຂອງສື່ທ້ອງຖິ່ນ ພິທີແຕ່ງງານຖືກຈັດຂຶ້ນໃນວັນເສົາທີ່ຜ່ານມາ ເຊິ່ງມັນເປັນງານແຕ່ງແບບພໍ່ແມ່ຈັບຄູ່ໃຫ້ ເມື່ອເຈົ້າບາວເດີນທາງມາຮອດສະຖານທີ່ຈັດງານ ກ່ອນເຈົ້າສາວທໍາການຄ້ອງພວງມາໄລ ນາງໄດ້ຂໍທົດສອບຄວາມຮູ້ພື້ນຖານຂອງເຈົ້າບ່າວເລັກໆນ້ອຍ ດ້ວຍການສັ່ງໃຫ່ເລົ່າບັ້ງສູດບັ້ງ 2 ແຕ່ອານິຈາ ເຈົ້າບ່າວກັບທ່ອງບໍ່ໄດ້ ເຮັດໃຫ້ເຈົ້າສາວຮູິ້ສຶກບໍ່ພໍໃຈຫຼາຍ ຈຶ່ງປະກາດຢຸດຕິງານແຕ່ງທັນທີ.

ທັ້ງນີ້, ແຂກທີ່ມາຮ່ວມງານຕ່າງກໍ່ພາກັນຕົກໃຈ ຄອບຄົວຂອງເຈົ້າສາວກໍ່ພະຍາຍາມໂນ້ມນ້າວໃຫ້ນາງປ່ຽນໃຈ ແຕ່ນາງກໍ່ຢືນຢັນວ່າ ຈະບໍ່ເຂົ້າພິທີງານແຕ່ງເດັດຂາດ ພ້ອມກ່າວວ່າຄອບຄົວຈະໃຫ້ນາງແຕ່ງກັບຄົນທີ່ບໍ່ມີຄວາມຮູ້ພື້ນຖານໄດ້ແນວໃດ, ພຽງບັ້ງສູດງ່າຍໆກໍ່ຍັງຕອບບໍ່ໄດ້ ເຊິ່ງພີ່ນ້ອງຂອງນາງຫຼາຍຄົນກໍ່ຊື່ນຊົມການກະທໍາຂອງນາງ ທີ່ກ້າຕັດສິນໃຈ ແລະ ບໍ່ຢ້ານກົວຕໍ່ຄໍາຕິສິນນິນທາຂອງສັງຄົມ ເພາະຄົນເຮົາກໍ່ມີສິດເລືອກເຊັ່ນກັນ.

ສຸດທ້າຍແລ້ວ ງານແຕ່ງທີ່ສັບສົນວຸ່ນງວາຍນີ້ກໍ່ຈົບລົງດ້ວຍດີ ເພາະມີຕໍາຫຼວດເຂົ້າມາຊ່ວຍໄກ່ເກ່ຍ ທັ້ງສອງຝ່າຍຍິນຍອມສົ່ງຄືນສິນສອດຄ່າດອງຕ່າງໆ ທີ່ໄດ້ຮັບມາໃນຕອນທໍາອິດໃຫ້ແກ່ກັນ.

ຂອບໃຈທີ່ມາ: https://www.deccanherald.com/national/north-and-central/up-bride-calls-off-wedding-after-groom-fails-to-recite-table-of-two-982242.html

Related Articles

Leave a Reply

Your email address will not be published. Required fields are marked *

Back to top button