ນີ້ຄືພະລັງນ້ຳໃຈຂອງຄົນລາວທຸກໆຄົນ ຊົມເຊີຍ! ນາງງາມໂຕຈິງ ເຈນນີ້ ຕົ້ນຄໍາ ລະດົມທຶນໄດ້ຫຼາຍກວ່າ 13 ລ້ານກີບ ເພື່ອຊ່ວຍເຫຼືອປະຊາຊົນ!

ຊົມເຊີຍ! ນາງງາມໂຕຈິງ ເຈນນີ້ ຕົ້ນຄໍາ ລະດົມທຶນໄດ້ຫຼາຍກວ່າ 13 ລ້ານກີບ ເພື່ອຊ່ວຍເຫຼືອປະຊາຊົນ!

ດັ່ງທີ່ຮູ້ວ່າໃນປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ແພ່ລາມເປັນວົງກວ້າງໃນທົ່ວໂລກ.

ໂດຍສະເພາະ ປະເທດລາວ ມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນທຸກມື້, ເຮັດໃຫ້ຜູ້ໃຈບຸນທັງຫຼາຍອອກມາຊ່ວຍເຫຼືອກັນ.

ໜຶ່ງໃນນັ້ນກໍແມ່ນ Miss World Laos ຄົນທຳອິດ ເຈນນີ້ ຕົ້ນຄໍາ ຜູ້ໃຈບຸນ ງາມທັງກາຍ ແລະ ໃຈ ບໍ່ວ່າປະເທດລາວເຮົາ ຈະປະສົບວິກິດ ຫຼື ໄພພິບັດຫຍັງ ເພິ່ນກໍອອກມາຊ່ວຍເຫຼືອຢູ່ເລື້ອຍໆ.

ຫຼ້າສຸດ ເຈນນີ້ ໄດ້ລະດົມທຶນເປັນຈໍານວນເງິນທັງໝົດ 13,320,000 ກີບ ລາວຊ່ວຍລາວຕ້ານໄພໂຄວິດ.

ທັງນີ້ ເຈນນີ້ເອງ ກໍໄດ້ໂພສ ພາບຄວາມປະທັບໃຈຜ່ານຂໍ້ຄວາມທີ່ວ່າ: “ພາລະກິດແພັກເຄື່ອງມື້ນີ້ ສຳເລັດແລ້ວໆ 😊🙏♥️ ນີ້ຄືພະລັງນ້ຳໃຈຂອງຄົນລາວທຸກໆຄົນ ທີ່ອອກມາຊ່ວຍເຫລືອກັນໃນຍາມນີ້

ພວກເຮົາຂໍເປັນສ່ວນຫນື່ງ ສ່ວນນ້ອຍໆ ທີ່ຂໍຊ່ວຍເຫຼືອກັນ ຊ່ວຍເຫລືອສັງຄົມD ເຮົາອອກມາສ້າງພາບຄວາມດີນຳກັນ ສົ່ງພະລັງບວກໃຫ້ກັນແລະກັນ ແລ້ວເຮົາຈະຜ່ານວິກິດນີ້ໄປນຳກັນໄດ້ໄວໆເດີ້ ສາທຸ”

ຂອບໃຈທຸກຄົນ ແລະ ທຸກພາກສ່ວນທີ່ມີນໍ້າໃຈຮັກແພງຊ່ວຍເຫຼືອກັນ

ຂໍໃຫ້ທຸກຄົນສຸຂະພາບແຂງແຮງ ສຸກກາຍ ສຸກໃຈ.

Related Posts

Leave a Reply

Your email address will not be published. Required fields are marked *