ຂ່າວທົ່ວໄປ

ຮູ້​ແລ້ວ​ຂົນ​ລຸກ ຄວາມເປັນມາຂອງສີ້ນເສື້ອທີ່ ຄຣິດຕິນ່າ Miss Universe Laos 2021 ສວມໃສ່ໄປເຮັດບຸນ ທີ່ວັດໃນສະຫະລັດ

ຄວາມເປັນມາຂອງສີ້ນເສື້ອທີ່ ຄຣິດຕິນ່າ Miss Universe Laos 2021 ສວມໃສ່ໃນການໄປເຮັດບຸນຢູ່ທີ່ວັດໃນສະຫະລັດສິ້ນໃຊ້ໃນງານພິທີກໍາຂອງເຜົ່າໄທແດງໃນຫົວພັນ, ລາຍສິ້ນຜືນນີ້ຄືເປັນການມັດຫມີ່ດໍາແດງສະລັບກັບຂິດ

ລາຍມັດຫມີ່ດໍາຄືລາຍຕົ້ນໄມ້ຂອງຊີວິດທີ່ງອກອອກມາຈາກຈອມເຮືອນແຮວຈະເຫັນມີຫໍປາສາດ ເເລະ ອີກຫ້ອງຫນຶ່ງຂອງລາຍມັດມີດໍາເຮົາຈະເຫັນຕົ້ນໄມ້ເທິງຍອດເຮືອນແຮວຈະມີຫໍປາສາດທາງກາງລະຫວ່າງປາສາດຈະມີການອະທິບາຍເຖິງຈັກກະວານທີ່ເວົ້າເລື່ອງເກີດແກ່ເຈັບຕາຍຂອງມະນຸດຊາດເກືອບລາຍທ້າຍຂອງມັດຫມີ່ຈະເຫັນມີລາຍນາກສອງຫົວນອນໂຮງທີ່ພັນລະນາເຖິງຄູ່ບ່າວສາວມີຄວາມຮັກເອື້ອເຝື້ອຊ່ວຍເຫລືອເຊິ່ງກັນແລະກັນນໍາ.

ມັດຫມີ່ສີແດງເປັນລາຍນາກກ້ຽວເຊິ່ງພວກເຮົາສັງເກດເຫັນທ້ອງນາກຕົວທີສອງເຕັງທ້ອງນາກຕົວທີຫນຶ່ງ, ທ້ອງນາກຕົວທີສາມຈະເຕັງທ້ອງນາກຕົວທີສອງ ແລະ ຊ້ອນຕໍ່ໆກັນໄປ. ສ່ວນລໍາຕົວຂອງນາກທັງຫລາຍຈະປະກອບເປັນຕົວຮ່ວມກັນເປັນອັນດຽວຊຶ່ງຈະປະກອບເປັນຮູບທີ່ມີຫລາກຫລາຍສີສັນຈົນສຸດຄວາມຍາວຂອງລໍາຕົວ.

ສ່ວນຫລາຍລາຍ”ນາກກ້ຽວ”ເພິ່ນມັກເຮັດເປັນລາຍມັດຫມີ່ຫລາຍກ່ວາການຈົກ ແລະ ເປັນສິ້ນທີ່ໃຊ້ໃນງານພິທີກໍາສໍາຄັນໆທາງສາສະຫນາ .

ຜ້າຂັນເຊີງທັງສອງຜືນທີ່ຂ້າພະເຈົ້າພາດບ່າບໍ່ແມ່ນການປະດິດ ຫລື ປະຍຸກ ເຊິ່ງຫລາຍຄົນອາດຈະແປກໃຈວ່າເຫດຜົນຍ້ອນຫຍັງຈຶ່ງບ່ຽງສອງຜືນພ້ອມກັນມັນມີທີ່ມາທີ່ໄປດັ່ງນີ້:

ຜ້າຂັນເຊີງໃນອະດີດເພິ່ນໃຊ້ປົກຫົວເມື່ອມີງານສໍາຄັນເຊັ່ນ: ປົກຫົວໄປພົບປະສັງ, ງານດອງ, ງານສົບ, ຫລັງຈາກທີ່ເຊົານັບຖືສາສະຫນາຜີບາງທ້ອງຖິ່ນກໍ່ນໍາໃຊ້ໄປວັດ, ງານເກີດ, ງານຕ້ອນເຂີຍສູ່/ຕ້ອນໄພ້ຂຶ້ນເຮືອນ ແລະ ຍັງເປັນມູນນໍາອີກເພື່ອຕ່າງຫນ້າໃຫ້ພໍ່/ແມ່ທຫລງທີ່ເພິ່ນບໍ່ມີຊີວິດ.

ເວົ້າລວມແລະສິ່ງທີ່ຈໍາເປັນທີ່ໃຊ້ຫລັກຂອງຜ້ານີ້ແມ່ນໃຊ້ເຢົາ ສັງເກດລາຍສີແດງທີ່ເປັນຮູບຈະຕຸລັດຫລາຍຄົນມັກເອິ້ນວ່າ: “ຕາເພັດ” ເປັນການຕໍ່າຂິດລາຍຫລາຍເຊັ່ນ: ລາຍແກ່ນຫມາກເຂົ້າ, ລາຍດາວ, ລາຍແມ່ຫຍ່າຫມໍ, ລາຍຫນອນ, ລາຍກາບ, ລາຍກູດ, ລາຍດອກຜັກແວ່ນ, ລາຍກາບປິ້ນ ແລະ ອື່ນໆ ສ່ວນອີກສົ້ນຂອງຜ້າເປັນລາຍຈົກເພິ່ນມັກຈົກລາຍດັ່ງນີ້: ລາຍມອມ, ລາຍນົກຫົງ, ລາຍສ້ອຍຕ້າງແອວ, ລາຍເອື້ອຍ, ລາຍເລຂາ, ລາຍນາກ,ສ້ອຍສາ ແລະ ອື່ນໆ .

ອີງຕາມຮູບພາບຖ່າຍ ຮູບທີ 8.3, ປື້ມ Lao-Tai Textile ຫນ້າທີ 166 .

ທີ່ມາ: ຍາແມ່ທີວີ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button