ຂ່າວທົ່ວໄປ
ໜ້າສົງສານ ແມ່ມານຖືພາໄດ້ 3ເດືອນ ຍ່າງແຕ່ວຽງໄປຄົງເຊໂດນ

ຈາກເຟສບຸກຊື່ ຄຳຜິວ ໄຊຍະນະສີ ໂພດວ່າ:ນາງຟ້າໃສອາຍຸ21ປີບ່ອນຢູ່ເມືອງຄົງເຊໂດນແຂວງສາລະວັນເດີນທາງມາແຕ່ວຽງດ້ວຍການຍ່າງເຈົ້າໜ້າທີ່ເອົາຜູ້ກ່ຽວເຂົ້າສູນກັກກັນເມືອງທ່າພະບາດຜູ້ກ່ຽວຖືພາ3ເດືອນບໍ່ມີເງີນຕິດໂຕເພື່ອຊ່ວຍເຫຼືອເພື່ນມະນຸດໃນຍາມຕົກຍາກມີຜູ້ໃຈບຸນຈາກບ້ານທ່າບົກລວມທັງພະຍາບານໂຮງໝໍຊຸມຊົນໄດ້ບໍລິຈາກປັດໃຈຈໍານວນນື່ງເຖີງຈະບໍ່ຫຼາຍແຕ່ກະພໍຊ່ວຍນາງໄດ້ລະດັບນື່ງ

ຂໍອວຍພອນໃຫ້ຜູ້ທີ່ຊ່ວຍເຫຼືອສັງຄົມຄັ້ງນີ້ຈົ່ງມີສຸຂະພາບເຂັ້ມແຂງບໍ່ເຈັບບໍ່ຈົນ.

ພີ່ນ້ອງຊາວເມືອງສາລະວັນ ພີ່ນ້ອງຊາວລາວທຸກຄົນຊ່ວຍລາວແນ່ເດີໃຜໃຈດີມີເມດຕາ ເປັນຕາຫລູໂຕນແທ້ໆ ສາເຫດຫມູ່ຊວນໄປເຮັດວຽກຢູ່ວຽງແລ້ວຖືກຫມູ່ຕົວະວຽກກະຍັງບໍ່ໄດ້ເຮັດ.ແລ້ວຫມູ່ກະລັກຫນີ ຢູ່ໂຕຄົນດຽວ.ໂທລະສັບກະບໍ່ມີ.ລາວຖືພາໄດ້ປະມານສາມເດືອນ.ລາວຢ່າງມາແຕ່ວຽງ.ຄ່ຳມາກະນອນຕາມຖຽງນາຕອນນີ້ຢູ່ສູນກັກໂຕ ມ.ສ ທ່າພະບາດ.ບ້ານອຸດົມໄຊ.ເມືອງທ່າພະບາດ.ແຂວງບໍລິຄຳໄຊ ວອນຄົນໃຈບຸນຊ່ວຍລາວແນ່