ພະນັກງານຫ້ອງການເກັບກູ້ລະເບີດ ເມືອງປາກຊ່ອງ ແຂວງຈຳປາສັກ ຖືກລະເບີດແຕກໃສ່ໃນເວລາເກັບກູ້ ເສຍຊີວິດ 3 ຄົນ ແລະ ບາດເຈັບ 2 ຄົນ, ໃນວັນທີ 3 ທັນວາ 2021 ຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກ.
ເຈົ້າຫນ້າທີ່ ປກສ ເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນເວລາ 9:30 ໂມງ ມື້ເກີດເຫດ ພະນັກງານຫ້ອງການເກັບກູ້ລະເບີດ ໄດ້ລົງສະຫນາມເພື່ອເກັບກູ້ລະເບີດບໍ່ທັນແຕກ ຝັງຢູ່ພື້ນດິນຊະນິດ ( ໂບມບີ່ບຣູ 3 ) ໃນຂອບເຂດສວນກາເຟ ຂອງທ້າວ ຄຳເຜີຍ ບ້ານຫລັກ 38 ເມືອງປາກຊ່ອງ.
ທັງສອງພະນັກງານເກັບກູ້ລະເບີດ ບ້ານວັດຫລວງ ເມືອງປາກຊ່ອງ ແລະ ທ້າວ ສິນນະກອນ ອາຍຸ 42 ປີ, ພະນັກງານເກັບກູ້ລະເບີດ ບ້ານ ແລະ ເມືອງປາກຊ່ອງ ເສຍຊີວີດ ຄາທີ່. ນອກນັ້ນ ມີຜູ້ໄດ້ຮັບບາດເຈັບອີກ 2 ຄົນ
ທີ່ມາ: ຂ່າວທັນເຫດການ
